ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 14:38:05    
ຈີນ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ສະ​ມາ​ຊິກ​ອະ​ນຸ​ລັກ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ຫວ່າງ​ລັດ​ຖະ​ບານ​ຊຸດ​ທຳ​ອິດ​ຂອງ​ອົງ​ການ​ຢູ​ເນັສ​ໂກ

cri
ຕາມຂ່າວ​CRI,​ວັນ​ທີ29​ມິຖຸ​ນາ,​ໃນ​ກອງ​ປະຊຸມ​ຄັ້ງປະ​ຖົມມະ​ເລີກ​ຂອງ​ປະ​ເທດ​ພາ​ຄີ​ສົນ​ທິ​ສັນ​ຍາ​ອະນຸລັກ​ມໍ​ລະ​ດົກ​ວັດ​ທະນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸທີ່​ຈັດ​ຂຶ້ນ​ຢູ່​ສຳນັກ​ງານ​ໃຫຍ່​ອົງ​ການ​ຢູ​ເນັສ​ໂກ​ທີ່​ປາລີ​ແຫ່ງ​ຝຣັ່ງ,​ຈີນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນປະ​ເທດ​ສະ​ມາ​ຊິກ​ອະນຸ​ລັກມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸລະ ຫວ່າງ​ລັດຖະ​ບານ​ຊຸດ​ທຳ​ອິດ​.

ຕາມ​ໄດ້​ຊາບ,​ໃນ​ຖານ​ເປັນປະ​ເທດ​ສະ​ມາຊິກ​ອະນຸ​ລັກມໍ​ລະດົກ​ວັດ​ທະ​ນະ ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ຫວ່າງ​ລັດຖະ​ບານ​ຊຸດ​ທຳ​ອິດ,​ຈີນ​ຈະ​ມິ​ສິດ​ເຂົ້າ​ຮ່ວມ​ການກວດ​ກາ​ການ​ສະ​ເໜີ​ຊື່​ບັນ​ຊີ​ບົດ​ແຕ່ງ​ຕົວ​ແທນ​ມໍ​ລະ​ດົກ​ວັດ​ທະ​ນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ມະນຸດ​ແລະ​ບັນຊີ​ມໍລະ​ດົກ​ວັດ​ທະ​ນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ທີ່​ຕ້ອງ​ອະນຸ​ລັກ​ຢ່າງ​ຮີບ​ດ່ວນ​ຂອງ​ອົງ​ການ​ຢູ​ເນັສ​ໂກ,​ວາງ​ມາດ​ຕະ​ຖານ​ເລືອກ​ແຟ້ນ​ຂອງ​ບັນຊີ​ດັ່ງ​ກ່າວ,​ແລະ​ພິຈາ​ລະ​ນາ​ການ​ຊ່ອຍ​ເຫຼືອ​ສາກົນ​ທີ່​ກ່ຽວຂ້ອງ.

ບຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ເຫັນ​ວ່າ,​ຈີນ​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ເທດ​ສະ​ມາ​ຊິກ​ໄດ້​ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ​ອັນ​ສຳຄັນ​ຂອງ​ຈີນ​ໃນ​ຂົງ​ເຂດ​ອະ​ນຸລັກ​ມໍລະ​ດົກ​ວັດ​ທະ ນະ​ທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ໂລກ,​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຂອງ​ຈີນ​ທີ່​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ອະ​ນຸ​ລັກ​ມໍ​ລະດົກ​ວັດ​ທະ​ນະທຳ​ທີ່​ບໍ່​ແມ່ນ​ວັດຖຸ​ຂອງ​ໂລກ.