ທ່ານມູບາຣັກເວົ້າວ່າ,ອົງການຮາມາສເຫັນດີປ່ອຍຕົວທະຫານອິສຣາແອນທີ່ຖືກລັກພາຕົວຢ່າງມີເງື່ອນໄຂ
cri
Author: da
ຕາມຂ່າວCRI:ໜັງສືພິມອານ ອາຣາມ ສະບັບວັນທີ 30 ມິຖຸນາຂອງເອຢິບລາຍງານວ່າ,ໃນເວລາຕ້ອນຮັບການເຂົ້າສຳພາດຂອງໜັງສືພິມດັ່ງກ່າວ ທ່ານມູບາຣັກ ປະທານາທິບໍດີເອຢິບເຜີຍໃຫ້ຮູ້ວ່າ,ອົງການຮາມາສເຫັນດີປ່ອຍຕົວທະຫານອິສຣາແອນທີ່ຖືກລັກພາຕົວຢ່າງມີເງື່ອນໄຂ,ແຕ່ອົງການຮາມາສກັບຝ່າຍອິສຣາແອນຍັງບໍ່ທັນໄດ້ກ້າວເຖິງຂັ້ນຕົກລົງເປັນເອກະສັນກັນກ່ຽວກັບບັນຫາດັ່ງກ່າວນີ້ເທື່ອ.
ຕອນຂ້ອນແຈ້ງວັນທີ 30 ມິຖຸນາ ຍົນລົບຂອງທະຫານອິສຣາແອນໄດ້ຫຼອນໂຈມຕີຕຶກຫ້ອງການຂອງກະຊວງພາຍໃນປາເລັສຕີນທີ່ກາຊາ,ຈົນຕຶກຫ້ອງການເພພັງຢ່າງໜັກໜ່ວງແລະໄຟໄໝ້.
ວັນທີ 29 ມິຖຸນາ ທ່ານອານນານ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ຮຽກຮ້ອງຢ່າງແຮງກ້າໃຫ້ປາເລັສຕີນກັບອິສຣາແອນຈົ່ງໃຊ້ມາດຕະການ,ແກ້ໄຂວິກິດການໃນສະເພາະໜ້ານີ້.ມື້ດຽວກັນ,ສັນນິບາດປະເທດອາລັບກໍກ່າວປະນາມອິສຣາແອນທີ່ເລື່ອນຂັ້ນການຮຸກຮານປະຊາຊົນປາເລັສຕີນໂດຍອ້າງວ່າເພື່ອກອບກູ້ທະຫານທີ່ຖືກຈັບ.
|
|