ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 21:14:28    
ຣັດ​ເຊຍ​ຈະວາງ​ທໍ່​ສົ່ງ​ອາຍ​ແກັສມາ​ໃຫ້​ຈີນ​ສອງ​ສາຍ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຣັດ​ເຊຍ​ຈະ​ວາງ​ທໍ່​ສົ່ງ​ອາຍ​ແກັສທຳ​ມະ​ຊາດສອງ​ສາຍມາ​ຫາຈີນ,ຍອດ​ບໍລິ​ມາດ​ອາຍ​ແກັສທີ່​ສົ່ງ​ມາ​ໃຫ້​ຈີນ​ບັນລຸ 68 ຕື້​​ແມັດ ກ້ອນຕໍ່​ປີ,ຄາດ​ວ່າ ຢ່າງ​ໄວ​ຈະ​ເລີ່​ມສົ່ງ​ອາຍ​ແກັ​ສ​ໃຫ້​ຈີນ​​ແຕ່​ປີ 2011​ເປັນຕົ້ນ​ໄປ.

ສູນ​ຖະ​ແຫຼ​ງຂ່າວຣັດ​ເຊຍ​ທີ່ຕັ້ງຢູ່​ປັກ​ກິ່ງ​ໄດ້​​ເຜີຍ​ໃຫ້​ຮູ້​ຂ່າວ​ດັ່ງກ່າວ​ໃນວັນ​ທີ 30 ມິຖຸນາ.ບໍລິສັດ​ອຸດສາຫະກຳ​ອາຍ​ແກັສທຳ​ມະ​ຊາດຣັດ​ເຊຍ​ຫຸ້ນ​ສ່ວນ​ຈະ​ຮັບຜິດຊອບ​ວາງ​ທໍ່​ສົ່ງ​ສອງ​ສາຍ​ດັ່ງກ່າວ.​​ຫວ່າງ​ມໍ່ໆ​ນີ້ ຢູ່ຣັດ​ເຊຍ ທ່ານ​ມີ​ເລີ ປະທານ​ຄະນະອຳນວຍການ​ບໍລິສັດ​ດັ່ງກ່າວ​ໄດ້​ເວົ້າວ່າ,​ໃນ​ອະນາຄົດ ຄວາມ​ຕ້ອງການ​ອາຍ​ແກັສ​ໃນ​ພາກ​ພື້ນ​ອາຊີ​ປາຊິ​ຟິກຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ,ສ່ວນ​ຈີນ​ແມ່ນ​ຕະຫຼາດ​ບໍລິ​ໂພ​ກທີ່​ມີ​ກຳລັງ​ບົ່ມ​ຊ້ອນ​ຫຼາຍ​ກວ່າ​ໝູ່.