ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-01 19:10:23    
ສະ​ຖາ​ນະ​ການ​​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ​ຍັງ​ເຄັ່ງ​ຕຶງ​ສືບ​ມາ ປະ​ຊາ​ຄົມ​ໂລກ​ເອົາ​ໃຈ​ໃສ່​ຕິດ​ຕາມ​ຢ່າງ​ໃກ້​ຊິດ

cri

ຕາມ​ຂ່າວcri:ວັນ​ທີ30​ມິຖຸນາ,ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຂອງ​ທະ​ຫານ​ອິສຣາ​ແອນຢ່າງ​ແຖບ​ກາ​ຊາ​ຍັງ​ດຳ​ເນີນ​ຕໍ່​ມາ.ມື້​ດຽວ​ກັນ,ຢູ່​ກາຊາ,ທ່ານ​ຮາ​ນີ​ເຢ ນາຍົກລັດຖະມົນຕີລັດຖະບານ​​ປາ​ເລັສຕິນປົກຄອງ​ຕົນ​ເອງ ​ເວົ້າ​ວ່າ,​ເຈຕະນາຂອງ​ທະຫານອິສຣາ​ແອນ​​ທີ່​​ຈະໂຄ່ນ​ລົ້ມ​ລັດຖະບານປາ​ເລັສຕິນ​ປົກຄອງ​ຕົນ​ເອງນັ້ນ​ບໍ່ຫ່ອນ​ຈະ​​ສຳ​ເລັດຜົນ.

ພ້ອມ​ກັນ​ນີ້,ປະຊາ​ຄົມ​ໂລກ​ຍັງເອົາ​ໃຈ​ໃສ່​ນຳ​ສະຖານະ​ການ​ລະ​ຫວ່າງປາ​ເລັສຕິນອິສຣາ​ແອນຕໍ່​ມາ.ວັນ​ທີ30​ມິຖຸນາ,​ໃນ​ກອງ​ປະຊຸມດ່ວນ​ກ່ຽວ​ກັບ​ບັນຫາ​​ເຂດຕາ​ເວັນ​ອອກ​ກາງທີ່ສະພາ​ຄວາມ​ໝັ້ນ​ຄົງສະຫະ​ປະຊາ​ຊາດຈັດ​ຂຶ້ນ​,ປະ​ເທດ​ສະມາຊິກ​ສ່ວນ​ຫຼາຍ​ຂອງ​ສະພາ​ຄວາມ​ໝັ້ນຄົງພາກັນ​ຮຽກຮ້ອງ​​ໃຫ້​ປາ​ເລັສຕິນກັບ​ອິສຣາ​ແອນ​ຈົ່ງ​ແກ້​ໄຂວິ​ກິດ​ການ​ໃນ​ປັດຈຸບັນ​ດ້ວຍການ​ເຈ​ລະ​ຈາກັນ.ນອກ​ນີ້,ທ່ານ​ຊຸ່ນປີ້​ການ ທູດ​ພິ​ເສດ​ຂອງ​ຈີນ​ກ່ຽວ​ກັບບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ໄປ​ຢ້ຽມຢາມ​ອິສຣາ​ແອນ​ໄດ້​ຮຽກຮ້ອງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງຈົ່ງ​ປ່ອຍ​ບຸກຄົນ​ທີ່​ຖືກ​ຈັບ​ໂດຍ​ໄວ,​ແລະ​ເຕືອນ​ໃຫ້​ອິສຣາ​ແອນ​ກັບ​ປາ​ເລັນ​ຕິນຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​,ຫຼີກ​ເວັ້ນບໍ່​ໃຫ້​ການ​​ເປັນປໍ​ລະ​ປັກ​ກັນ​ເລື່ອນ​ຂັ້ນ.