ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-01 19:21:14    
ຢູ່​ພາກ​ຕາ​ເວັນ​ອອກ​ເມືອງ​​ແບກ​ແດດ​ເກີດ​​ເຫດການລະ​ເບີດ ຢ່າງ​ໜ້ອຍ​ມີ 130 ກວ່າ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ

cri
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 1 ກໍລະກົດ,ຜູ້​ສັນທັດກໍ​ລະ​ນີຂອງ​ກະຊວງ​ພາຍ​ໃນອີຣັກ​ເຜີຍ​ໃຫ້​ຮູ້​ວ່າ,ມື້​ດຽວ​ກັນ,ຢູ່​ເມືອງ​ຊາ​​ເດີທີ່​ມີ​ຊາວມູສລິມນິກາຍ​ຊີ​ອິດອາ​ໄສ​ຢູ່​ຫຼາຍຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ເມືອງ​ແບກ​ແດດ,​ໄດ້​ເກີດ​ເຫດການ​ລົດຍົນ​ລະ​ເບີດ,ເຮັດ​ໃຫ້ຕຳຫຼວດ​ແລະ​ສາມັນ​ຊົນຢ່າງ​ໜ້ອຍ​ເສຍ​ຊີວິດ 59 ຄົນ,ມີອີກ 78 ຄົນ​ບາດ​ເຈັບ.ນີ້​ແມ່ນ​ເຫດການຫຼອນ​ໂຈມ​ຕີກໍ່​ການ​ຮ້າຍທີ່​ມີ​ຜູ້​ຕາຍ​ແລະ​ບາດ​ເຈັບ​ຂ້ອນ​ຂ້າງ​ຫຼາຍ​ຢູ່​ອີຣັກ​ໃນ​ຫຼາຍ​ອາ​ທິດ​ມາ​ນີ້.

ນອກ​ນີ້,ຜູ້​ສັນທັດກໍລະນີ​ຂອງ​ສະພາ​ອີຣັກ​ເຜີຍ​ໃຫ້​ຮູ້​ວ່າ,ມື້​ດຽວ​ກັນ,ຢູ່​ແບກ​ແດດ,ທ່ານ​ນາງ​ໄທ​ເຊຍ.ນາ​ຈາ.ອານ.ມາສຮາ​ດາ​ນີ ສະມາຊິກ​ສະພາອີຣັກ​ນິກາຍຊູນ​ນິດແລະ​ຜູ້​ປ້ອງ​ກັນຂອງນາງ​ຫຼາຍ​ຄົນ​ໄດ້​ຖືກ​ຜູ້​ປະກອບ​ອາວຸດ​ທີ່​ບໍ່​ຮູ້​ຖານະ​ລັກ​ພາ​ຕົວ.