ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-02 17:41:48    
ກົມ​NASA​ອາ​ເມ​ລິ​ກາ​ປະ​ກາດ​ວ່າ ຍານ​ອະວະ​ກາດ​​ດິສ​ຄາ​ເວີ​ລີ​ຈະ​ເລື່ອນ​ເວລາ​ຍິງ​ສົ່ງ 24 ຊົ່ວ​ໂມງ​

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຕອນ​ບ່າຍ​ວັນ​ທີ 1 ກໍລະກົດ,ຢູ່​ສູນ​ການ​ບິນ​ອະວະ​ກາດ​ເກນ​ເນດີ,ກົມ​ການ​ບິນ​ອະວະ​ກາດ​ອາ​​ເມ​ລິ​ກາ​(NASA)ປະ​ກາດ​ວ່າ,ຍານ​ອະວະ​ກາດດິສຄາ​ເວີ​ລີ​ທີ່​ແຕ່​ເດີມ​ຈະ​ຍິງຂຶ້ນ​ສູ່​ອະ​ວະ​ກາດ​ໃນ​ຕອນ​ບ່າຍ​ວັນ​ທີ 1 ກໍລະກົດ ​ເວລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ລິ​ກາ​ນັ້ນ,​ໄດ້​ເລື່ອນ​ເວລາ 24 ຊົ່ວ​ໂມງຍ້ອນມູນເຫດ​ອາກາດ.

ຕາມ​ຂ່າວ​ແຈ້ງວ່າ,ຢູ່​ລັດ​​​ໂຟຼລີ​ດາ,ອາກາດ​ໃນວັນ​ທີ 1 ກໍລະກົດ​ປ່ຽນ​ແປງບໍ່​ປົກກະຕິ,ສະ​ນັ້ນ,​ໃນ​ເວລາ 10 ນາທີ​ກ່ອນ​ຈະຍິງ​ສົ່ງ,ກົມNASA​ໄດ້ຕົກລົງ​ຍົກ​ເລີກ​ແຜນການ​ຍິງ​ສົ່ງ​ໃນ​ມື້​ນັ້ນ,​ເວລາ​ຍິງ​ສົ່ງ​ເທື່ອ​ໜ້າ​ເລື່ອນ​ໄປ​ຫາຕອນ​ບ່າຍ​ວັນ​ທີ 2 ກໍລະກົດ.

ຜູ້​ທີ່​ປະຕິ​ບັດ​ໜ້າ​ທີ່​ການບິນ​ຂອງ​ຍານອະ​ວະ​ກາດ​ດິສຄາ​ເວີ​ລີ​ເທື່ອ​ນີ້​ລວມ​ມີນັກ​ບິນ​ອະວະ​ກາດ 7 ຄົນ,ພວກ​ເຂົາ​ເຈົ້າ​ຈະກວດກາ​ຄວາມ​ປອດ​ໄພ​ຂອງ​ຍານອະວະ​ກາດ​ທີ່​ໄດ້​ດັດແປງ​ແລ້ວ​ໂດຍ​ສະ​ເພາະ,​ແລະ​ຈະ​ສົ່ງ​ເຄື່ອງ​ບໍລິ​ໂພ​ກ​ໃຫ້​ສະຖານີອະວະ​ກາດສາກົນ,ນອກ​ນີ້,ຍັງ​ມີ​ນັກ​ບິນ​ອະວະ​ກາດ​ຜູ້​ໜຶ່ງ​ຈະຢູ່​ເຮັດ​ວຽກຢູ່ສະຖາ​ນີອະວະ​ກາດ.