ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-02 18:30:15    
ອິສຣາ​ແອນ​ສືບຕໍ່​ໂຈມ​ຕີ​ປາ​ເລັສ​ຕີນ​ທາງ​ການ​ທະ​ຫານ, ຍິງ​ຖະ​ຫຼົ່ມ​ຫ້ອງ​ການ​ຂອງ​ທ່ານ​ຮານີ​ເຢ

cri Author: mo
ຕາມ​ຂ່າວCRI: ອິສຣາ​ແອນຍັງໂຈມ​ຕີ​ປາ​ເລັສຕີນ​ທາງ​ການ​ທະຫານຕໍ່​ມາ, ​ແລະ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ​ໃສ່​ຫ້ອງການ​ຂອງ​ທ່ານ​ຮາ​ນີ​ເຢ ນາຍົກລັດຖະມົນ​ຕີ​ຂອງ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ ຜູ້ນຳ​ຂອງ​ອົງການ​ຮາ​ມັສ ຂະ​ບວນການ​ຕໍ່ຕ້ານ​ອິສລາມ​ປາ​ເລັສຕີນ​ທີ່​ຕັ້ງຢູ່​ເມືອງ​ກາຊາ​ໃນ​ຕອນ​​ເຊົ້າມືດວັນ​ທີ 2 ກໍລະກົດ. ຫຼັງຈາກ​ນັ້ນ, ທ່ານ​ຮາ​ນີ​ເຢ​ໄດ້ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ແລະ​ສັນນິບາດ​ປະ​ເທດ​ອາ​ຣັບ​​ເຂົ້າ​ແຊກ​, ​ເຮັດ​ໃຫ້​ອິສຣາ​ແອນ​ເຊົາ​ຫຼອນ​ໂຈມ​ຕີ​ປາ​ເລັສຕີນ.

ຕາມ​ຂ່າວ​ແຈ້ງວ່າ, ຕອນ​ເຊົ້າມືດວັນ​ທີ 2 ກໍລະກົດ, ຍົນ​ເຮ​ລິ​ກົບ​ປະກອບ​ອາວຸດ​ຂອງ​ອິສຣາ​ແອນ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ຖີ​ໃສ່​ສຳນັກງານ​ນາຍົກລັດຖະມົນຕີລັດຖະບານປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ທີ່​ຢູ່​​​ເມືອງ​ກາຊາ, ​ເຮັດ​ໃຫ້​​ສ່ວນໜຶງ​ຂອງ​ຕຶກ​ຖືກ​ທຳລາຍ, ​ແຕ່​ບໍ່​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ.

ວັນ​ທີ 1 ກໍລະກົດ, 7 ຝ່າຍ​ປະກອບ​ອາວຸດ​ຂອງປາ​ເລັສຕີນ​ເຊິ່ງລວມທັງ​ກອງພົນ​ນ້ອຍ​ຜູ້​ເສຍສະຫຼະອານ​ອັກ​ຊາ ​ໄດ້​ປະກາດ​ຈັດຕັ້ງ​ກອງ​ສູ້​ຕາຍ​ຢູ່​ທີ່​ກາຊາ, ​ເພື່ອດັດ​ສະກັດ​ແລະ​ຈັບທະຫານ​ອິສຣາ​ແອນ​ທີ່​ບຸກ​ເຂົ້າ​ກາຊາ. ​ມື້​ດຽວ​ກັນ, ​ເຈົ້າໜ້າ​ທີ່​ລັດຖະບານ​ປາ​ເລັສຕີນປົກຄອງຕົນ​ເອງ​ຢືນຢັນ​ວ່າ, ປັດຈຸບັນ, ທະຫານ​ອິສຣາ​ແອນ​ທີ່​ຖືກ​ຜູ້​ປະກອບ​ອາວຸດ​ປາ​ເລັສຕີນ​ຈັບ​​ໄດ້ນັ້ນ ຜູ້​ບາດ​ເຈັບ​ບໍ່​ຮ້າຍ​ແຮງ, ບໍ່​ມີ​ຄວາມອັນຕະລາຍ​ເຖິງ​​ແກ່ຊີວິດ.

ປະຊາ​ຄົມ​ໂລກ​ຍັງເອົາ​ໃຈ​ໃສ່​ນຳ​ການ​ຂະຫຍາຍຕົວ​ຂອງ​ສະຖານະ​ການ​ປາ​ເລັສຕີນ​ອິສ​ຣາ​ແອນຕໍ່​ມາ. ວັນ​ທີ 1 ກໍລະກົດ, ຢູ່​ລາມາ​ລາ, ທ່ານ​ຊຸນ​ປີ້​ກ້ານ ​ທູດ​ພິ​ເສດ​ບັນຫາ​ຕາ​ເວັນ​ອອກ​ກາງຂອງ​ຈີນ​ໄດ້​ພົບ​ປະ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ປາ​ເລັສຕີນ​, ຮຽກ​ຮ້ອງ​​ໃຫ້ປາ​ເລັສຕີນ​​ແລະອີສ​ຣາ​ແອນ​ແກ້​ໄຂ​ເຫດການ​ທະຫານ​ອິສຣາ​ແອນ​ຖື​ກຈັບ​ຢ່າງ​ເໝາະ​ສົມ​ໂດຍ​ໄວ. ມື້​ດຽວ​ກັນ, ສັນນິບານ​ປະ​ເທດອາ​ລັບ​ກໍ​ຮຽກຮ້ອງ​ປະ​ເທດ​ອາ​ລັບ​ຮ່ວມ​ກັນ​ຍື່ນ​ຮ່າງ​ມະຕິ​ສະບັບ​ໜຶ່ງ​​​​​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໂດຍ​ດ່ວນ, ທວງ​ໃຫ້​ອິສຣາ​ແອນ​ຖອນ​ທະ​ຫານ, ປ່ອຍຕົວ​ເຈົ້າໜ້າ​ທີ່​ລັດຖະບານປາ​ເລັສຕີນທີ່​ຖືກ​ຝ່າຍ​ອິດຣາ​ແອນ​ຈັບຕົວ, ສອງ​ຝ່າຍແລກປ່ຽນ​ສະ​ເລີຍ​​ເສີກກັນ, ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ໃນ​ສະ​ເພາະ​ໜ້າ​ນີ້.