ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 11:48:04    
ອິສຣາ​ແອນ​ກ່າວ​ວ່າ​ເດັດ​ດ່ຽວ​ບໍ່​ປະ​ນີ​ປະ​ນອມ​ຕໍ່​ຜູ້​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ

cri

ຕາມ​ຂ່າວcri:ວັນ​ທີ2​ກໍລະກົດ,ທ່ານ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ອິສຣາ​ແອນ​​ເດັດດ່ຽວ​ບໍ່ປະນີປະ​ນອມຕໍ່​ຜູ້ປະກອບ​ອາວຸດ​ຂອງປາ​ເລັສ​ຕິນ,ຈະ​​​​ໃຊ້​ພາຫະນະ​ທັງ​ໝົດກອບ​ກູ້​ທະຫານ​ອິສຣາ​ແອນທີ່​ຖືກ​ລັກ​ພາ​ຕົວ.

ມື້​ດຽວ​ກັນ,ທ່ານ​ໂອນ​ເມີດ​ຍັງ​ເວົ້າ​ວ່າ,​ແມ່ນ​ອົງການ​ກໍ່​ການ​ຮ້າຍ​ທີ່​ຕັ້ງ​ຢູ່​ຊີ​ເລຍ​ໄດ້​ອອກ​ຄຳ​ສັ່ງກໍ່​ເຫດການ​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ,ລັດຖະ​ບານ​ຊີ​ເລຍຕ້ອງ​ຍຸບ​ອົງການ​ເຫຼົ່າ​ນີ້.ມື້ດຽວ​ກັນ,ທ່ານ​​ເປ​ເຣສ ຮອງ​ນາຍົກລັດ​ຖະມົນຕີ​ອິສຣາ​ແອນ​ກ່າວ​ວ່າ,ລັດຖະບານອິສ​ຣາ​ແອນຈະ​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງຕ່າງໆ ​ເຊັ່ນ​ລັດຖະມົນຕີ​ຂອງລັດຖະບານ​ປາ​ເລັສຕິນ​ປົກຄອງ​ຕົນ​ເອງ​​ເປັນ​ຕົ້ນທີ່​ຖືກທະຫານ​ອິສ​ຣາ​ແອນຈັບ​ຕົວ,​ເພາະວ່າ​​ພວກ​ເຂົາ​ເຈົ້າ​ຖືກ​ສົງ​ໄສ​"​​ເຂົ້າ​ຮ່ວມ​ແລະ​ສະໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ".

ພ້ອມ​ກັນ​ນີ້,ທະຫານ​ອິສຣາ​ແອນສືບ​ຕໍ່ຫຼອນ​ໂຈມ​ຕີ​ທາງ​ອາກາດ​ຕໍ່ແຖບ​ກາຊາ.ຕອນ​ຄ່ຳວັນ​ທີ2​ກໍລະກົດ,ຢູ່​ພາກ​ໃຕ້​​ແຖບ​ກາຊາ,ທະຫານ​ອິສຣ​າ​ແອນ​ໄດ້​ຍິງຜູ່​ປະກອບ​ອາວຸດ​ປາ​ເລັສຕິນຕາຍ3ຄົນທີ່​ຢາກ​ປະຕິບັດ​ການ​ ​ຫຼອນ​​ໂຈມ​ຕີ​.

ມື້​ດຽວ​ກັນ,ກອງ​ພົນ​ນ້ອຍ"ອານ​ຄັດ​ຊາມ"ຝ່າຍ​ປະກອບ​ອາວຸດ​ທີ່​ຂຶ້ນ​ກັບ​ອົງການ​ຮາ​ມາສ໌ຂົ່ມ​ຂູ່​ວ່າ,ຖ້າ​​ອິສຣາ​ແອນ​ຫາກສືບ​ຕໍ່​ເຄື່ອນ​ໄຫວທາງ​ການ​ທະຫານ​ຢູ່​ແຖບ​ກາຊາ,ອົງການ​ຮາ​ມາສ໌ຈະ​ຫຼອນ​​ໂຈມ​ຕີ​ເປົ້າ​ໝາຍຕ່າງໆ ​ເຊັ່ນ,​ໂຮງ​ຮຽນ​ແລະ​ໂຮງ​ງານຜະ​ລິດ​ໄຟຟ້າ​ເປັນ​ຕົ້ນ​ພາຍ​ໃນ​ດິນ​ແດນ​ອິສຣາ​ແອນ.

ມື້​ດຽວ​ກັນ,ທ່ານ​ອານ​ນານ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ໄດ້​ສະ​ແດ​ງຄວາມ​​ເອົາ​ໃຈ​ໃສ່​ຫຼາຍນຳ​ສະຖານະ​ການ​​ແຖບ​ກາຊາ​ໃນ​ປັດຈຸບັນ​.​ໂດຍ​ແນ​ໃສ່​ການ​​ຫຼອນ​ໂຈມຕີ​ທາງ​ອາກາດ​ຂອງ​ທະຫານ​ອິສຣາ​ແອນ.​ ເຈົ້າ​ຊີວິດ​ຊອກ​ດາ​ນີ​ແລະ​ປະທານາ​ທິບໍດີ​ອີ​ເອ​ເມັນກໍ່​ໄດ້​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ຈົ່ງ​ທຳ​ຄວາມ​ພະຍາ​ຍາມພ້ອມ​ກັນ,ສະກັດກັ້ນ​ບໍ່​ໃຫ້ອິສຣາ​ແອນ​ຮຸກ​ຮານ​ປາ​ເລັສຕິນ.