ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 18:22:01    
ອົງ​ການ​ປະ​ກອບ​ອາ​ວຸດ​ຂອງ​ປາ​ເລັສ​ຕິນ​ປະ​ກາດ​ຄຳ​ຂາດ​ສຸດ​ທ້າຍ​ທວງ​ໃຫ້​ຝ່າຍ​ອິດ​ສຣາ​ແອນ​ປ່ອຍ​ຊາວ​ປາ​ເລັສ​ຕິນ​ທີ່​ຖືກ​ກັກ​ຂັງ

cri
ຕາມ​ຂ່າວCRI,​ວັນ​ທີ3​ກໍລະ​ກົດ,​ສາມ​ອົງ​ການ​ປະກອບ​ອາວຸດ​ຂອງ​ປາ​ເລັສ​ຕິນ​ທີ່​ລັກ​ພາ​ຕົວ​ທະ​ຫານ​ອິດສຣາ​ແອນ​ໄດ້​ປະກາດ​ຄຳ​ຂາດ​ສຸດ​ທ້າຍ​ຕໍ່​ອິດສຣາ​ແອນ,​ທວງ​ໃຫ້​ອິດ​ສຣາ​ແອນ​ໃຫ້​ຄຳ​ຕອບ​ກ່ອນ​6​ໂມງ​ເຊົ້າ​ວັນ​ທີ4​ກໍ​ລະ​ກົດ,​ປ່ອຍ​ຕົວ​ຊາວ​ປາ​ເລັສ​ຕິນ​1000​ຄົນ​ທີ່​ຖືກ​ກັກ​ຂັງ,​ເພື່ອ​ແລກ​ປ່ຽນ​ທະ​ຫານ​ອິດ​ສຣາ​ແອນ.

ມື້​ດຽວ​ກັນ​ອົງການ​ປະກອບ​ອາວຸດ​ຂອງ​ປາ​ເລັສ​ຕິນ​ໄດ້​ປະກາດ​ຖະ​ແຫຼງ​ການ​ໂດຍ​ຂຽນ​ວ່າ,​ຖ້າ​ອິດສ​ຣານ​ແອນ​ບໍ່​ໃຫ້​ຄຳ​ຕອບ​ກ່ອນ​ເວ​ລາ​ກຳນົດ​ດັ່ງ​ກ່າວ,​ອົງ ການ​ປະ​ກອບ​ອາ​ວຸດ​ຂອງ​ປາ​ເລັສ​ຕິນ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.​ແຕ່​ຖະ​ແຫຼງ ການ​ບໍ່​ໄດ້​ເວົ້າ​ແຈ້ງ​ວ່າ​ຝ່າຍ​ປາ​ເລັສ​ຕິນ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ແນວ​ໃດ.