|
 |
(GMT+08:00)
2006-07-04 13:59:34
|
 |
ຝ່າຍອິສຣາແອນປະຕິເສດຄຳຂາດຂອງອົງການປະກອບອາວຸດປາເລັສຕີນ
cri
Author: cai
ຕາມຂ່າວCRI:ວັນທີ 3 ກໍລະກົດ,ຝ່າຍອິສຣາແອນໄດ້ປະຕິເສດຄຳຂາດທີ່ຝ່າຍປະກອບອາວຸດຂອງປາເລັສຕີນປະກາດໃນມື້ດຽວກັນ,ພ້ອມກັນນັ້ນ,ປະຊາຄົມໂລກກໍຮຽກຮ້ອງໃຫ້ປາເລັສຕີນກັບອິສຣາແອນຮັກສາຄວາມອົດກັ້ນ,ຫຼີກເວັ້ນບໍ່ໃຫ້ການປະທະກັນເລື່ອນຂັ້ນ.
ວັນທີ 3 ກໍລະກົດ,3 ຝ່າຍປະກອບອາວຸດຂອງປາເລັສຕີນທີ່ລັກພາຕົວທະຫານອິສຣາແອນນັ້ນ,ໄດ້ປະກາດຄຳຂາດຕໍ່ອິສຣາແອນ,ທວງໃຫ້ອິສຣາແອນຕ້ອງປ່ອຍຕົວຊາວປາເລັສຕີນ 1000 ກວ່າຄົນທີ່ຖືກກັກຂັງກ່ອນ 6 ໂມງຕອນຮຸ່ງເຊົ້າວັນທີ 4 ກໍລະກົດ,ເພື່ອແລກປ່ຽນເອົາທະຫານອິສຣາແອນ,ຖ້າບໍ່ດັ່ງນັ້ນ,ພວກເຂົາຈະໃຊ້ການເຄື່ອນໄຫວແຕ່ຝ່າຍດຽວ.
ຫ້ອງການນາຍົກລັດຖະມົນຕີອິສຣາແອນອອກຖະແຫຼງການວ່າ,ອິສຣາແອນບໍ່ຫ່ອນເຈລະຈາກັບອົງການປະກອບອາວຸດຂອງປາເລັສຕີນທີ່ລັກພາຕົວທະຫານອິສຣາແອນກ່ຽວກັບບັນຫາປ່ອຍຕົວນັກໂທດ.ມື້ດຽວກັນ,ທ່ານຮາລູສ ເສນາທິການໃຫຍ່ກອງທະຫານອິສຣາແອນກໍຕອບວ່າ,ອິສຣາແອນຈະຕໍ່ສູ້ຕໍ່ໄປເພື່ອໃຫ້ທະຫານກັບຄືນມາຢ່າງປອດໄພ.
ມື້ດຽວກັນ,ທ່ານບາໂລໂຊ ປະທານຄະນະກຳມາທິການສະຫະພາບເອີລົບແລະທ່ານນາງຮາໂລເນນ ປະທານາທິບໍດີແຟງລັງ ປະເທດປະທານວຽນຂອງສະຫະພາບເອີລົບໄດ້ຮຽກຮ້ອງໃຫ້ສອງຝ່າຍຮັກສາຄວາມອົດກັ້ນ.ທ່ານມູບາລັກ ປະທານາທິບໍດີເອຢິບໃຫ້ຄຳໝັ້ນສັນຍາວ່າ,ຈະທຳການໄກ່ເກ່ຍຕໍ່ໄປເພື່ອແກ້ໄຂວິກິດການຕົວປະກັນປາເລັສຕີນອິສຣາແອນ.ວັນທີ 3 ກໍລະກົດ,ໃນເວລາລົມໂທລະສັບກັບທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນ,ທ່ານປູຕີນ ປະທານາທິບໍດີຣັດເຊຍເວົ້າວ່າ,ຣັດເຊຍຈະພະຍາຍາມຕໍ່ໄປເພື່ອຊຸກຍູ້ໃຫ້ສະຖານະການປາເລັສຕີນກັບອິສຣາແອນຫັນເປັນປົກກະຕິໂດຍໄວເທົ່າທີ່ຈະໄວໄດ້.
|
|
|