ນາຍົກລັດຖະມົນຕີປາເລັສຕີນຮຽກຮ້ອງໃຫ້ແກ່ຍາວເວລາເຈລະຈາກ່ຽວກັບເຫດການຕົວປະກັນ ນາຍົກລັດຖະມົນຕີອິສຣາແອນເວົ້າວ່າ ຈະສືບຕໍ່ກອບກູ້ທະຫານອິສຣາແອນດ້ວຍກຳລັງອາວຸດ
cri
Author: cai
ຕາມຂ່າວCRI:ວັນທີ 4 ກໍລະກົດ,ທ່ານຮານີເຢ ນາຍົກລັດຖະມົນຕີລັດຖະບານປົກຄອງຕົນເອງຂອງປາເລັສຕີນໄດ້ອອກຖະແຫຼງການ,ຮຽກຮ້ອງໃຫ້ແກ່ຍາວເວລາເຈລະຈາກ່ຽວກັບເຫດການຕົວປະກັນອິສຣາແອນ,ແລະຮຽກຮ້ອງໃຫ້ຜູ້ປະກອບອາວຸດປາເລັສຕີນຮັບປະກັນຄວາມປອດໄພດ້ານຊີວິດຂອງທະຫານອິສຣາແອນທີ່ຖືກລັກພາຕົວ.
ທ່ານຮານີເຢເວົ້າວ່າ,ລັດຖະບານປົກຄອງຕົນເອງຂອງປາເລັສຕີນພວມຂ້ຽວເລັ່ງຕິດຕໍ່ພົວພັນກັບຝ່າຍຕ່າງໆຂອງປາເລັສຕີນແລະປະເທດອາລາບ,ຍາດແຍ່ງໃຫ້ສິ້ນສຸດວິກິດການດ້ວຍຮູບແບບອັນເໝາະສົມ.
ມື້ດຽວກັນ,ອົງການປະກອບອາວຸດຂອງປາເລັສຕີນທີ່ລັກພາຕົວທະຫານອິສຣາແອນປະກາດວ່າ,ເນື່ອງຈາກລັດຖະບານອິສຣາແອນບໍ່ໄດ້ໃຫ້ຄຳຕອບຕໍ່ຄຳຮຽກຮ້ອງຂອງຝ່າຍປາເລັສຕີນພາຍໃນເວລາກຳນົດ,ການເຈລະຈາກ່ຽວກັບເຫດການຕົວປະກັນຂອງອິສຣາແອນໄດ້ສິ້ນສຸດລົງແລ້ວ,ລັດຖະບານອິສຣາແອນຈະຮັບຜິດຊອບຕໍ່ໂຊກຊາຕະກຳຂອງທະຫານທີ່ຖືກລັກພາຕົວ.
ມື້ດຽວກັນ,ທ່ານໂອເມີດ ນາຍົກລັດຖະມົນຕີອິສຣາແອນເວົ້າວ່າ,ອິສຣາແອນຈະສືບຕໍ່ກອບກູ້ທະຫານອິສຣາແອນທີ່ຖືກລັກພາຕົວດ້ວຍການເຄື່ອນໄຫວທາງການທະຫານ.ທ່ານໄດ້ຮຽກຮ້ອງໃຫ້ກອງທະຫານອິສຣາແອນເພີ່ມການໂຈມຕີເທິງໜ້າດິນຢູ່ແຖບກາຊາ.ພ້ອມກັນນັ້ນ,ທ່ານເປເລສ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນກໍໄດ້ອອກຄຳສັ່ງໃຫ້ກອງທະຫານອິສຣາແອນເພີ່ມຄວາມແຮງຂອງການເຄື່ອນໄຫວທາງການທະຫານຢູ່ແຖບກາຊາ.
|
|