ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-09 18:56:33    
ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງ​ທີ 30 ​ໄດ້​ໄຂ​ຂຶ້ນ​ຢູ່​​ເມືອງ​ວິນ​ນີວສ

cri Author: mo
ຕາມ​ຂ່າວCRI:ຕອນ​ຄ່ຳ​ວັນ​ທີ 8 ກໍລະກົດ, ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງທີ 30 ທີ່​ຈະ​ໄຂ​ເປັນ​ເວລາ 9 ມື້​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ວິນ​ນິວສ໌ ນະຄອນຫຼວງລີ​ຕົວ​ນີ.

ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​ອາ​ດາມ​ຄຸ​ສ ປະທານາທິບໍດີ​ລີ​ຕົວ​ນີກ່າວ​ວ່າ, ມໍລະດົກ​ວັດທະນະທຳຫຼືທຳ​ມະ​ຊາດ​ຂອງ​ໂລກ ຖ້າ​ເວົ້າ​ໃນ​ດ້ານ​ຂອບ​ເຂດ​ແລ້ວ​ແມ່ນ​​ເປັນຂອງ​ປະ​ເທດ, ​ແຕ່​ເວົ້າ​ໃນ​ດ້ານ​ມູນ​ຄ່າ​ແລ້ວ​ແມ່ນ​​ເປັນຂອງ​ໂລກ. ສະນັ້ນ, ປະຊາ​ຄົມ​ໂລກ​ຕ້ອງ​ໃຊ້​ການ​ເຄື່ອນ​ໄຫວຮ່ວມ​ກັນ​ອະນຸລັກ​ມໍລະດົກ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ປະສົບ​ການ​ປັ່ນ​ປ່ວນ​ຈາກສົງຄາມ​ແລະ​ໄພ​ທຳ​ມະ​ຊາດ.

ກອງ​ປະຊຸມ​ມໍລະດົກ​ໂລກ​ຄັ້ງນີ້​ຈະ​ພິຈາລະນາ​ 37 ລາຍການ​ທີ່​ສະໝັກ​ເຂົ້າປະ​ກວດ​ເປັນ​ມໍລະດົກ​ໂລກ​ທີ່ 30 ປະ​ເທດ​ແລະ​ເຂດ​ແຄວ້ນ​ຮ້ອງ​ຂໍ, ​ໃນ​ນັ້ນ, ລວມທັງ​ຊາກ​ອິນ​ເມືອງ​ອ່ານ​ຢາງ​ແລະ​ບ່ອນ​ພັກ​ພາ​ອາ​ໄສ​ຂອງ​ໝີ​​ແພນ​ດາ​ແຂວງ​ເຊ​ສວນ​ຂອງ​ຈີນ. ຜົນ​ປະກວດ​ຈະສະ​ເຫຼີຍ​ໃນ​ວັນ​ທີ 12 ກໍລະກົດ.