ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-10 14:28:05    
ນັກ​ກິ​ລາ​ເຕັນ​ນິສ​ຕີ​ຄູ່​ເພດ​ຍິງ​ຂອງ​ຈີນ​ໄດ້​ແຊມ​ປຽນ​ໃນ​ການ​ແຂ່ງ​ຂັນ​ວິມ​ເບີ​ດັນ​ໂອ​ເພິນ​ຄັ້ງ​ທຳ​ອິດ

cri Author: sayvanny

ຕາມ​ຂ່າວ CRI:​ໃນ​ການ​ແຂ່ງ​ຂັນ​ເຕັນ​ນິສ​ວິນ​ເບີ​ດັນ​ໂອ​ເພິນ​ອັງ​ກິດ​ທີ່​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ເວລາ​ທ້ອງ​ຖີ່​ນ,ນາງ​ເຈິ້ງ​ເຈ​ແລະ​ນາງ​ອ້ຽນ​ຈື ນັກ​ກິ​ລາ​ຂອງ​ຈີນ​ໄດ້​ເອົາ​ຊະ​ນະ​ຄູ່​ແຂ່ງ​ຂັນ​ດ້ວຍ​ຄະ​ແນນ 2 ຕໍ່ 1,​ຊີງໄດ້​ຂັນ​ແຊມ​ປຽນວິນ​ເບີ​ດັນມາ​ໃຫ້​ຈີນ​ເປັນ​ຄັ້ງ​ທຳ​ອິດ,ນີ້​ແມ່ນ​ນັກ​ກິ​ລາ​ຄູ່​ນີ້​ໄດ້​ຮັບ​ຂັນ​ແກຼນ ສະ​ແລມ​ຫນ່ວຍ​ທີ​ສອງ​​ຫລັງ​ຈາກ​ງານ​ແຂ່ງ​ຂັນ​ເຕັນ​ນິສ​ອົສ​ຕຼາ​ລີ​ໂອ​ເພິນ​ໃນ ຕົ້ນ​ປີ​ນີ້.

ງານ​ແຂ່ງ​ຂັນ​ເຕັນ​ນິສ​ວິນ​ເບີ​ດັນ​ແມ່ນ​ຫນຶ່ງ​ໃນ​ສີ່​ຂອງ​ງານ​ແຂ່ງ​ຂັນ​ເຕັນ​ນິສ​ແກຼນ​ສະ​ແລມ,​ແລະ​ກໍ່​ແມ່ນ​ງານ​ແຂ່ງ​ຂັນ​ຫນຶ່ງ​ທີ່​ມີ​ປະ​ຫວັດ​ຍາວ​ນານ​ແລະ​ມີ​ອິດ​ທິ​ພົນ​ກວ່າ​ຫມູ່​ໃນ​ເວທີ​ເຕັນ​ນິສ​ໂລກ.​ໃນ​ງານ​ແຂ່ງ​ຂັນ​ເຕັນ​ນິສ​ອົສ​ຕຼາ​ລີ​ທີ່​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ​ນີ້,ນາງ​ເຈິ້ງ​ເຈ​ກັບ​ນາງ​ອ້ຽນ​ຈື​ໄດ້​​ແຊ​ມປຽນ​ຕີ​ຄູ່​​ເພດ​ຍິງ,​ໄດ້​ສ້າງ​ຜົນ​ງານ​ດີ​ທີ່​ສຸດ​ຂອງ​ນັກ​ກິລາ​ຈີນ​ໃນ​ການ​ແຂ່ງ​ຂັນ​ເຕັນ​ນິສ​ແກຼນ​ສະ​ແລມ. ຫລັງ​ການ​ແຂ່ງ​ຂັນ, ສື່​ມວນ​ຊົນ​ສາ​ກົນ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ນັກ​ກິ​ລາ​ເຕັນ​ນິສ​ເພດ​ຍິງ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ເວທີ​ເຕັນ​ນິສ​ອາ​ຊີບ​ປີ​ນີ້,ສະ​ແດງ​ໃຫ້​ເຫັນ​ວ່າ, ​ເຕັນ​ນິສ​ເພດ​ຍິງ​ຂອງ​ຈີນ​ໄດ້​ບັນລຸ​ເຖິງ​ລະ​ດັບ​ອັນ​ດັບ​ຫນຶ່ງ​ຂອງ​ໂລກ​ແລ້ວ.