ທະຫານອິສຣາແອນຖີ້ມລະເບີດໃສ່ແຖບກາຊາ, ເຮັດໃຫ້ຊາວປາເລັສຕີນ 4 ຄົນຕາຍແລະບາດເຈັບ
cri
Author: mo
ຕາມຂ່າວCRI: ວັນທີ 10 ກໍລະກົດ, ກອງທະຫານອິສຣາແອນໄດ້ສືບຕໍ່ດຳເນີນການເຄື່ອນໄຫວທາງການທະຫານຢູ່ແຖບກາຊາ. ຕອນເຊົ້າມືດມື້ດຽວກັນ, ຍົນລົບຂອງກອງທະຫານອິສຣາແອນໄດ້ຍິງລູກສອນໄຟນຳວິຖີລູກໜຶ່ງໃສ່ຜູ້ປະກອບອາວຸດປາເລັສຕີນທີ່ຢູ່ແຖບກາຊາ, ເຮັດໃຫ້ໜຶ່ງຄົນຕາຍ, 3 ຄົນບາດເຈັບ.
ມື້ດຽວກັນ, ຝ່າຍທະຫານອິສຣາແອນກ່າວວ່າ, ເວລານັ້ນ, ຜູ້ປະກອບອາວຸດປາເລັສຕີນເຫຼົ່ານີ້ພວມກຽມຍິງຈະຫຼວດໃສ່ເຂດອິສຣາແອນ. ຕາມບຸກຄົນພາກສ່ວນຄວາມປອດໄພປາເລັສຕີນເຜີຍໃຫ້ຮູ້ວ່າ, ຜູ້ປະກອບອາວຸດເຫຼົ່ານີ້ຂຶ້ນກັບພັກຝ່າຍຕ່າງກັນ, ໃນນັ້ນ, ລວມທັງອົງການຮາມັສ ຂະບວນການອິສລາມປາເລັສຕີນຕໍ່ຕ້ານ.
ວັນທີ 9 ກໍລະກົດ, ທ່ານໂອເມີດ ນາຍົກລັດຖະມົນຕີອິສຣາແອນກ່າວວ່າ, ການເຄື່ອນໄຫວທາງການທະຫານຂອງອິສຣາແອນຢູ່ແຖບກາຊາແມ່ນສົງຄາມບັ້ນໜຶ່ງທີ່ບໍ່ສາມາດຈັດວາງຕາລາງເວລາ. ທ່ານຍັງກ່າວວ່າ, ຝ່າຍອິສຣາແອນບໍ່ຫ່ອນຈະຈັດການເຈລະຈາໃດໆກ່ຽວກັບບັນຫາແລກປ່ຽນຜູ້ຖືກກັກຂັງກັບອົງການປະກອບອາວຸດປາເລັສຕີນ.
|
|