
ຕາມຂ່າວcri:ຕອນຮຸ່ງເຊົ້າວັນທີ12 ກໍລະກົດ,ກອງທະການອິສຣາແອນໄດ້ຄວບຄຸມເສັ້ນທາງເສັ້ນໜຶ່ງພາກກາງທີ່ຕິດຕໍ່ພາກຕາເວັນອອກກັບພາກຕາເວັນຕົກຂອງເຂດກາຊາ,ໄດ້ເຮັດໃຫ້ເຂດກາຊາແຍກອອກເປັນພາກໃຕ້ກັບພາກເໜືອ.ນີ້ແມ່ນກອງທະຫານອິສຣາແອນເຂົ້າໃນພາກກາງເຂດກາຊາເທື່ອທຳອິດແຕ່ດຳເນີນການເຄື່ອນໄຫວທາງການທະການຢູ່ເຂດກາຊາໃນທ້າຍເດືອນແລ້ວເປັນຕົ້ນມາ.

ມື້ດຽວກັນ,ລົດຫຸ້ມເກາະຫຼາຍສິບຄັນຂອງກອງທະຫານອິສຣາແອນຈາກສະຖານີກວດກາຄີຊິຟິມທີ່ຢູ່ພາກຕາເວັນອອກເຂດກາຊາເຂົ້າພາກກາງເຂດກາຊາ,ແລະໄດ້ຄວບຄຸມເສັ້ນທາງສຳຄັນເສັ້ນໜຶ່ງທີ່ແຕ່ຄີຊູຟິມຫາຫາດຊາຍທະເລພາກຕາເວັນຕົກ,ໄດ້ແຍກເຂດກາຊາເປັນພາກໃຕ້ກັບພາກເໜືອ.

ຫວ່າງມໍ່ໆນີ້,ທ່ານໂອເມີດ ນາຍົກລັດຖະມົນຕີອິແລະທ່ານເພເຣສ ລັດຖະມົນຕີການປ້ອງການຊາດອິສຣາແອນຕົກລົງວ່າ,ເປີດກວ້າງການເຄື່ອນໄຫວທາງການທະຫານຂອງກອງທະຫານອິສຣາແອນຢູ່ກາຊາ,ເພື່ອໂຈມຕີອົງການປະກອບອາວຸດປາເລັສຕິນຕື່ມອີກ,ແລະສືບຕໍ່ກອບກູ້ທະຫານອິສຣາແອນທີ່ຖືກລັກພາຕົວ.
|