ທ່ານໂລມູຮຸນເວົ້າວ່າ, ການທຳປະຕິກິລິຍາເກີນຄວນຕໍ່ສປປເກົາຫຼີທົດລອງຍິງສົ່ງລູກສອນໄຟນຳວິຖີນັ້ນບໍ່ມີຜົນດີຕໍ່ການແກ້ໄຂບັນຫາ
cri
Author: mo
ຕາມຂ່າວCRI: ວັນທີ 19 ກໍລະກົດ, ຢູ່ເຊອຸ່ນ, ທ່ານໂລມູຮຸນ ປະທານາທິບໍດີສ.ເກົາຫລີກ່າວເນັ້ນວ່າ, ການທຳປະຕິກິລິຍາເກີນຄວນຕໍ່ສປປເກົາຫຼີທົດລອງຍິງສົ່ງລູກສອນໄຟນຳວິຖີ, ສ້າງສະຖານະການເຄັ່ງຕືງແລະເປັນປໍລະປັກທີ່ບໍ່ຈຳເປັນນັ້ນ, ບໍ່ມີຜົນດີຕໍ່ການແກ້ໄຂບັນຫາດັ່ງກ່າວ. ໃນກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງໃນມື້ດຽວກັນ, ທ່ານໂລມູຮຸນເວົ້າວ່າ, ສປປເກົາຫຼີທົດລອງຍິງສົ່ງລູກສອນໄຟນຳວິຖີແມ່ນການກະທຳອັນຜິດພາດ, ບໍ່ພຽງແຕ່ມີຜົນຮ້າຍຕໍ່ສັນຕິພາບແລະຄວາມປອດໄພຂອງແຫຼມເກົາຫຼີທໍ່ນັ້ນ, ຫາກຍັງຈະພາໃຫ້ເກີດມີການຊ່ວງເສັງກຳລັງລົບໃນພາກພື້ນອີກດ້ວຍ. ທ່ານຊີ້ອອກວ່າ, ໂດຍແນໃສ່ສປປເກົາຫຼີທົດລອງຍິງສົ່ງລູກສອນໄຟນຳວິຖີ, ການວາງມາດຕະການຮັບມືໄລຍະສັ້ນນັ້ນແມ່ນສຳຄັນ, ແຕ່ເວົ້າສຳລັບສ.ເກົາຫລີແລ້ວ, ສິ່ງສຳຄັນກວ່ານັ້ນແມ່ນວິເຄາະສະຖານະການໃນສະເພາະໜ້ານີ້ຢ່າງເຖິງຖອງ, ແລກປ່ຽນຄວາມເຫັນກັບປະເທດທີ່ກ່ຽວຂ້ອງ, ຊອກຫາວິທີແກ້ໄຂບັນຫາຈາກດ້ານກົກຮາກ.
ຫຼັງກອງປະຊຸມ, ທ່ານຊົງມິນຊູນ ຜູ້ຊ່ອຍວຽກງານຄວາມປອດໄພປະທານາທິບໍດີສ.ເກົາຫຼີເວົ້າວ່າ, ກອງປະຊຸມໃນມື້ດຽວກັນໄດ້ກຳນົດຫຼັກໝັ້ນອັນສະເໝີຕົ້ນສະເໝີປາຍຂອງລັດຖະບານສ.ເກົາຫຼີຢ່າງແຈ່ມແຈ້ງອີກເທື່ອໜຶ່ງ, ເຊິ່ງກໍຄືຜ່ານການສົນທະນາ ປຶກສາຫາລື ແລະພາຫະນະທາງການທູດມາແກ້ໄຂບັນຫາສປປເກົາຫຼີທົດລອງຍິງສົ່ງລູກສອນໄຟນຳວິຖີ, ພ້ອມກັນນັ້ນແກ້ໄຂການພົວພັນລະຫວ່າງສປປເກົາຫລີກັບສ.ເກົາຫລີຢ່າງເໝາະສົມ.
|
|