ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-19 20:30:49    
ຮອງ​ປະທານ​ຄະນະ​ກຳມະການ​ການ​ທະ​ຫານ​ສູນ​ກາງ​ຈີນ​ຈັດ​ການ​ພົບ​ປະ​ແລະ​ເຈ​ລະ​ຈາ​ກັບ​ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 18 ກໍລະກົດ, ຢູ່​ວໍ​ຊິງ​ຕັນ, ທ່ານ​ໂກ​ໂປ​ຊົງ ຮອງ​ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​​ໄດ້​ແຍກ​ອອກຈັດການ​ພົບ​ປະ​ແລະ​ເຈລະຈາ​ກັບ​ທ່ານ​ນາງ​ໄລ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ແລະ​​ທ່ານ​ລາມສ໌ຟິວ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ.

ໃນ​ການ​ພົບ​ປະ​ເຈລະຈາ, ທ່ານ​ໂກ​ໂປ​ຊົງ​ກ່າວ​ເນັ້ນວ່າ, ບັນຫາ​ໄຕ້​ຫວັນ​ກ່ຽວ​ພັນ​ເຖິງ​ຜົນ​ປະ​ໂຫຍ​ດ​ແກນ​ກາງຂອງ​ຈີນ, ຫວັງ​ໃຫ້​ຝ່າຍອາ​ເມ​ລິ​ກາ​ເຄົາລົບປະກາດ​ແຈ້ງ​ການ​ຮ່ວມ​ສາມ​ສະບັບ​ລະຫວ່າງຈີນ​ອາ​ເມ​ລິ​ກາ​ແລະ​ຄຳ​ໝັ້ນສັນຍາຄັດຄ້ານ​ໄຕ້ຫວັນ​ເປັນ​ເອກະ​ລາດ, ຊຳລະ​ບັນຫາ​ດັ່ງກ່າວ​ຢ່າງ​ເໝາະ​ສົມ, ບໍ່​ສົ່ງ​ສັນຍານ​ຜິດ​ພາດ​ໃຫ້​ອິດ​ທິກຳລັງ​ແບ່ງ​ແຍກ​​ໄຕ້​ຫວັນ​ເປັນ​ເອກະລາດ. ຝ່າຍ​ອາ​ເມ​ລິ​ກາ​ກ່າວ​ວ່າ, ລັດຖະບານ​ອາ​ເມ​ລິ​ກາບ​ບໍ່ຫ່ອນ​ຈະ​ປ່ຽນ​ແປງ​ນະ​ໂຍບາຍ​ຈີນ​ດຽວ, ຄັດຄ້ານ​ໄຕ້​ຫວັນ​ປ່ຽນ​ແປງ​ສະພາບ​ປັດຈຸບັນ​ແຕ່​ຝ່າຍ​ດຽວ.

ໃນ​ການ​ເຈລະຈາ​ກັບ​ທ່ານ​ລາມ​ສ໌ຟິວ, ສອງ​ຝ່າຍ​ເຫັນ​ດີ​ຈະ​ຈັດການ​ຊ້ອມ​ກອບ​ກູ້​ຮ່ວມ​ເທິງ​ທະ​ເລ​ຂອງ​ກອງທັບ​ເຮືອ​ສອງ​ປະ​ເທດພາຍ​ໃນ​ປີ​ນີ້; ສືບ​ຕໍ່​ເພີ່ມ​ທະວີ​ການ​​ແລກປ່ຽນ​ລະຫວ່າງ​ໂຮງຮຽນ​ຊັ້ນສູງຂອງ​ສອງ​ກອງທັບ​ ການ​ແລກປ່ຽນ​ນາຍ​ພົນ​ໜຸ່ມ​ແລະ​ໄວ​ກາງຄົນ​, ​​ແລະ​ການຮ່ວມ​ມືກັນ​ໃນ​ຂົງ​ເຂດ​ອື່ນໆ.