ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-22 21:09:43    
ທ່ານ​ນາງ​ລາຍ​ສ໌ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ທ່ວງ​ທ່າ​​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 21 ກໍລະກົດ ຢູ່​ວໍ​ຊິງ​ຕັນ ທ່ານ​ນາງ​ລາຍ​ສ໌ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ເວົ້າວ່າ,ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາກັບຈີນ​ມີ​ທ່ວງທ່າຂະຫຍາຍຕົວຢ່າງ​ດີງາມ,ຜູ້ນຳ​ຂອງ​ສອງ​ປະ​ເທດ​ໄດ້ຢ້ຽມຢາມ​ກັນຢ່າງ​ບໍ່​ຂາດ​ສາຍ,ທັງ​ນີ້​ຈະ​ຊ່ອຍ​ໃຫ້​ສອງ​ປະ​ເທດ​ຂະຫຍາຍ​ການ​ພົວພັນ​ດີກ​ວ່າ​ເກົ່າ​ແລະ​ໝັ້ນຄົງ​ກວ່າ​ເກົ່າ.

​ໃນ​ເວລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຢູ່​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໃນ​ມື້​ດຽວ​ກັນນັ້ນ ທ່ານ​ນາງ​ລາຍ​ສ໌​ເວົ້າວ່າ,ກຳລັງ​ສັງ​ລວມ​ແຫ່ງ​ຊາດ​ແລະ​ອິດ​ທິພົນ​ຂອງ​ຈີນ​​ໄດ້​ສູງ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ,ອາ​ເມ​ລິ​ກາຫວັງ​ໃຫ້​ຈີນ​ເຂັ້ມ​ແຂງ​,​ເສີມ​ຂະຫຍາຍ​ບົດບາດ​ອັນຕັ້ງໜ້າ​ໃນ​ວຽກ​ງານ​ຄວາມ​ປອດ​ໄພ​ສາກົນ.ຈີນ​ແມ່ນ​ປ​ະ​ເທດມົນຕີ​ຖາວອນ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ,ອາ​ເມ​ລິ​ກາ​ຕ້ອງການ​ຮ່ວມ​ມືກັບ​ຈີນ​ເພື່ອ​ສະ​ແຫວ​ງຫາ​ວິທີແກ້​ໄຂ​ບັນຫາ​ອີຣານ ບັນຫາ​​ແຫຼມ​ເກົາຫຼີ​ແລະ​ບັນຫາ​ຕາ​ເວັນ​ອອກ​ກາງ​ເປັນຕົ້ນ,ນີ້​ແມ່ນ​ສຳຄັນ​ທີ່​ສຸດ.

ທ່ານ​ນາງ​ລາຍສ໌ຍັງ​ຊີ້​ອອກ​ວ່າ,ອາ​ເມ​ລິ​ກາ​ແລະ​ຈີນ​ແມ່ນ​ປະ​ເທດ​ໃຫຍ່,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສັບສົນ,ສະ​ນັ້ນ ລະຫວ່າງ​ສອງ​ປະ​ເທດ​ມີ​ຄວາມ​ເຫັນ​ຂັດ​ກັນບໍ່​ແມ່ນ​ເລື່ອງ​ປະຫຼາດ​ຫຍັງ.