ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-23 17:40:20    
ເຈົ້າ​ໜ້າ​ທີ່​ອາ​ຟຼີ​ກາ​ກ່າວ​ວ່າ,​ອາ​ຟຼີ​ກາ​ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ພົວ​ພັນ​ໝູ່ຄູ່​ກັບ​ຈີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 22 ກໍລະ​ກົດ ທ່ານ​ໂຊ​ມາ​ນາ ຊາ​ໂກ ​ເລຂາທິການ​ໃຫຍ່​ບໍລິ​ຫານງານ​ຂອງກອງ​ທຶນ​ບຳລຸງ​ສ້າງ​ຄວາມ​ສາມາດ​ຂອງ​ອາ​ຟຼີກາ​ໄດ້​ກ່າວ​ຕີ​ໂຕ້​ຄຳ​ເວົ້າຂອງ​ສື່​ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກທີ່​ວ່າ"ຈີນ​ຢາກ​ປ່ຽນ​ແປງ​ອາ​ຟຼີກາ​ເປັນ​ເມືອງຂຶ້ນ",ທ່ານ​ຊີ້​ອອກ​ວ່າ ອາ​ຟຼີກາ​ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພົວພັນໝູ່ຄູ່​ແລະ​ຮ່ວມ​ມື​ທີ່ແໜ້ນ​ແຟ້ນ​ກັບ​ຈີນ.

ມື້​ດຽວ​ກັນ ​ໃນ​ເວ​ລາ​​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຢູ່ຮາ​ຣາ​ເຣ ນະຄອນຫຼວງ​ຊີມ​ບາ​ເວ ທ່ານ​ຊາ​ໂກ​ເວົ້າວ່າ,ສື່ມວນ​ຊົນຝ່າຍ​ຕາ​ເວັນ​ຕົກ​ຕິຕຽນ​ວ່າ ຈີນ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ຢູ່​ອາ​ຟຼີກາ​ແມ່ນ​ເພື່ອ​ສົ່ງ​ຜູ້​ອອກ​ແຮງ​ງານ​ທີ່​ລາຄາ​ຕ່ຳ​ໄປ​ອາ​ຟຼີກາ,​ເຮັດ​ໃຫ້​ຫຼາຍໆ​ຄົນ​ຂອງ​ອາ​ຟຼີກາຫວ່າງງານ,​ແຕ່​ຄວາມ​ຈິງກົງກັນຂ້າມ,ການ​ລົງທຶນ​ຂອງຄົນ​ຈີນ​​ໄດ້​ສ້າງ​ໂອກາດ​ອາຊີບ​ຈຳນວນ​ຫຼວງ​ຫຼາຍ​ໃຫ້​​ແຜ່ນດິນ​ໃຫຍ່ອາ​ຟຼີກາ.ນອກ​ນີ້,ຈີນ​ຍັງ​ຊ່ອຍ​ອາ​ຟຼີກາ​ເພີ່ມ​ທະວີ​ການ​ສ້າງສາ​ຊັບພະຍາກອນ​ມະນຸດ,​ໄດ້​ບຳລຸງ​ສ້າງ​ຜູ້​ຊ່ຽວຊານ​ງວດ​ໃຫຍ່​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ປະ​ເທດ​ອາ​ຟຼີກາ.

​ໃນ​ເວລາ​ກ່າວ​ເຖິງ​ການ​ພົວພັນ​ໝູ່ຄູ່​ການ​ເມືອງ​ລະຫວ່າງ​ປະ​ເທດ​ອາ​ຟຼີກາ​ກັບ​ຈີນ,ທ່ານ​ຊາ​ໂກ​ເວົ້າວ່າ,ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ດັ່ງກ່າວ​ໄດ້​ຮັບປະກັນການ​ຕົກລົງ​ຂອງ​ອົງການ​ຈັດຕັ້ງສາກົນ​ມີ​ຜົນ​ດີ​ຕໍ່​ປະ​ເທດ​ທຸກ​ຍາກ​ທີ່​ສຸດ​ເຫຼົ່ານັ້ນ,ຫາກ​ບໍ່​ແມ່ນ​ມະຫາປະ​ເທດຈຳນວນ​ໜຶ່ງ.​ເລື່ອງຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ,ຈີ​ນ​ສຸດ​ທີ່ເຄົາລົບ​ອາ​ຟຼີກາ​ແລະ​ລັດຖະບານ​ປະ​ເທດ​ອາ​ຟຼີກາ,ຈີນ​ສະໜັບສະໜູນ​ອາ​ຟຼີກາ​​ໂດຍ​ວິທີ​ປຸກລະດົມ​ທາງ​ບວກຕະຫຼອດ​ມາ,ຫາກ​ບໍ່​ແມ່ນປະຕິບັດ​ຕໍ່​ອາ​ຟຼີກາ​ດ້ວຍພາຫະນະ​ກົດ​ໜີບ​ແຮງ​ແລະ​ລົງ​ໂທດ.