ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-24 17:39:15    
ທ້າວ​ຟຼອຍ​ແລນ​ດີສ​ຊີງ​ໄດ້​ເປັນ​ຜູ້​ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ລົດ​ຖີບ​ຕວກ​ເດີ ຟຼັງສ໌

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ມື້​ວັນ​ນີ້ (ວັນ​ທີ 23 ກໍລະກົດ), ​ເວລາ​ທ້ອງ​ຖິ່ນ, ການ​ຊ່ວງ​ລົດຖີບ ຕວກ ​ເດີ ຟຼັງສ໌​ຄັ້ງ​ທີ 93 ທີ່​ຈັດ​ຂຶ້ນ​ຢູ່​ປາຣີຝຣັ່ງ​ໄດ້​ສ້ຽງ​ສຸດ​ລົງ​ແລ້ວ. ທ້າວ​ຟຼອຍ​ແລນ​ດີ​ສ ນັກ​ກິ​ລາ​ອາ​ເມ​ລິ​ກາ​ຊີງ​​ໄດ້ເປັນ​ຜູ້​ຊະນະ​ເລີດ, ດ້ວຍ​ຜົນງານ 89 ຊົ່ວ​ໂມງ 39 ນາທີ 30 ວິນາທີ, ​ເພິ່ນ​ຍັງ​ໄດ້​ຮັບ​ເງິນ​ລາງວັນ​ 4 ​ແສນ 5 ໝື່ນ​ເອີ​ໂຣ.

ການ​ແຂ່ງ​ລົດຖີບ​ຕວກ ເດີ ຟຼັງສ໌ປີ​ນີ້​ໄດ້​ເລີ່ມຕົ້ນ​ຢູ່​ເມືອງ​ສະຕຼາສ໌​ບວກ ​ເມືອງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຝຼັ່ງ​ໃນ​ວັນ​ທີ 11 ກໍລະກົດ, ນັກ​ກິລາ​ຮ້ອຍ​ກວ່າ​ຄົນ​ຂອງ​ທິມ​ລົດຖີບ 20 ທີ​ມທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ໂລກ​ໄດ້​ຖີບ​ລົດ​ຕາມ​ໄລຍະ​ທາງ​ 3657 ກິ​ໂລ​ແມັດ​ທີ່​ແບ່ງ​ເປັນ 20 ຕອນ​ແລະ​ໄດ້​ໄປ​ຮອດ​ຖະໜົນ​ຊັງ​ເອລີ​ເຊ​ ​ເຊິ່ງ​ເປັນ​ເສັ້ນຫຼັກ​ໄຊ​ໃນ​ວັນ​ທີ 23 ກໍລະກົດ.