ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-26 15:21:47    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຫວັງ​ໃຫ້​ວົງ​ການ​ການ​ທະ​ນາ​ຄານ​ສອງ​ປະ​ເທດ​ຈີນ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ

cri

ຕາມ​ຂ່າວສານ​ຊິນ​ຮວາ:ມື້ວານນີ້,ຢູ່​ຫ່າ​ໂນ່ຍ,ທ່ານ​ແງວ​ນ​ເຕິ​ນຢຸງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ຫວຽດ​ນາມ​ກ່າວ​ວ່າ,ຫວັງ​ໃຫ້​ວົງ​ການ​ການທະນາຄານ​ສອງ​ປະ​ເທດ​ຫວຽດນາມ​ຈີນ​ເພີ່ມ​ທະວີ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຕື່ມ​ອີກ,​ປະກອບ​ສ່ວນ​ອັນ​ຕັ້ງ​ໜ້າ​​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ໂດຍ​ສະ​ເພາະ​ແມ່ນ​ການ​ພົວພັນ​ການ​ຮ່ວມ​ມື​​ເສດຖະກິດ​ການ​ຄ້າລະຫວ່າງ​ສອງ​ປະ​ເທດ​ຢ່າງ​​ແທ້​ຈິງ​.

ຢູ່​ທີ່​ທຳນຽບ​ນາຍົກລັດຖະມົນຕີ,ທ່ານ​ຫງວນ​ເຕິ​ນຢຸງກ່າວ​ຄຳ​ດັ່ງກ່າວ​ໃນ​​ເວລາ​ພົບ​ປະ​ທ່ານ​ເຊັນ​ຢວນ ຜູ້ອຳນວຍການທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ​ທີ່​ໄປ​ຢ້ຽມຢາມ​.ທ່ານ​ກ່າວ​ວ່າ,​​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,ການ​ພົວພັນ​ໄມ​ຕີ​ຈິດທີ່​ມີ​ມູນ​ເຊື້ອ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງລັດ​ຫວຽດນາມຈີນ​ລ້ວນ​ແຕ່​ໄດ້​ຮັບ​ການ​ພັດທະນາຮອບດ້ານ​ແລະ​​ບັງ​ເກີດ​ຜົນ​ໃນ​ຂົງ​ເຂດ​ຕ່າງໆ,​ແລະ​ລົງ​ສູ່​ລວງ​ເລິກຢ່າງ​ບໍ່​ຢຸດ​ຢັ້ງ,​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ປະຊາຊົນ​ສອງ​ຊາດ.

ທ່ານ​ເຊັນ​ຢວນກ່າວ​ວ່າ,ທະນາຄານ​ພັດທະນາ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ກັບ​ວົງ​ການການ​ທະນາຄານ​ຫວຽດນາມ,ພ້ອມ​ກັນ​ຄົ້ນ​ຄວ້າຊ່ອງ​ທາງທີ່ເປີດ​ກວ້າງ​ການ​ຮ່ວມ​ມືທີ່​ມີ​ຜົນ​ສັກສິດ,ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງວົງ​ການທະນາຄານ​ສອງ​ປະ​ເທດ​ຢ່າງ​ແທ້​ຈິງ,ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ​ຂອງ​ເສດຖະກິດ​ສອງ​ປະ​ເທ​ດ.