ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-26 17:39:53    
ກອງ​ປະ​ຊຸມ​ກຽມ​ຈັດ​ກອງ​ປະ​ຊຸມ​ປອງ​ດອງ​ຊາດ​ອີ​ຣັກ​ໄດ້​ຈັດ​ຂຶ້ນ​ຢູ່​ເລີ​ແກ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ກອງ​ປະຊຸມ​ກຽມຈັດ​ກອງ​ປະຊຸມ​ປອງ​ດອງ​ຊາດ​ອີຣັກ​ເປັນ​ເວລາ 3 ມື້​​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ເລີ​ແກທີ່​ຕັ້ງ​ສຳນັກງານ​ໃຫຍ່​ສັນນິບາດ​ປະ​ເທດ​ອາຣາບ​ໃນວັນ​ທີ 25 ກໍລະກົດ,. ​ໃນ​ໄລ​ຍະ​ປະຊຸມ, ຜູ້​ແທນ 30 ກວ່າ​ຄົນ​ທີ່​ມາ​ຈາກ​ຝ່າຍ​ຕ່າງໆ​ພາຍ​ໃນ​ປະ​ເທດ​ອີຣັກ​ຈະ​ຫາລື​ກັນ​ກ່ຽວ​ກັບການ​ເຮັດ​ແນວ​ໃດ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ​ພາຍ​ໃນ​ປະ​ເທດ, ​ແຕ່​ກຳລັງ​ຕໍ່ຕ້ານ​ພາຍ​ໃນ​ປະ​ເທດ​ອີຣັກ​ບໍ່​ໄດ້​ແຕ່ງ​ຜູ້​ແທນ​ໄປ​ຮ່ວມ​ປະຊຸມ.

ທ່ານ​ບິນ ​ເຮນ​ລີ ຮອງ​​ເລຂາ​ທິ​ການ​ໃຫຍ່​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ຂອງ​ສັນນິບາດ​ປະ​ເທດ​ອາຣາບ​ເວົ້າ​ວ່າ​, ຈຸດປະສົງ​ຂອງ​ກອງ​ປະຊຸມ​ກຽມ​ແມ່ນ​ເພື່ອ​ວາງ​ວາລະ​ເປິກສາ​ວຽກ​ງານກ່ຽວ​ກັບ​ກອງ​ປະຊຸມ​ປອງ​ດອງ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ສິງຫາ​ຢູ່​ແບກ​ແດດ ນະຄອນ​ຫຼວງ​ອີຣັກ​ໂດຍ​ອີງ​ຕາມ​ສະຖາ​ນະ​ການ​ຫຼ້າ​ສຸດ​ພາຍ​ໃນ​ປະ​ເທດ​ອີຣັກ.

ທ່ານ​ບິນ ​ເຮ​ນລີ​ກ່າວ​ເນັ້ນ​ວ່າ​, ການ​ຈັດ​ການ​ສົນທະນາ​ການ​ເມືອງ​ແມ່ນ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆ​ພາຍ​ໃນ​ປະ​ເທດ​ອີຣັກ.