ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-27 19:51:37    
ການເຄື່ອນໄຫວວັດ​ທະ​ນະ​ທຳ​ຈີນ​ເປີດ​ສາກ​ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ​ທີ່​ເຊີ​ແນວ

cri Author: MO
ຕາມ​ຂ່າວCRI:ວັນທີ 26 ກໍລະກົດ, ການເຄື່ອນໄຫວ​ວັດ​ທະນະ​ທຳ​ຈີນ​​ເຊິ່ງ​ຫ້ອງ​ການ​ຖະ​ແຫຼງຂ່າວ​ຄະນະ​ລັດຖະບານ​ຈີນ ສຳນັກງານ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດ​ທີ່ເຊີ​ແນວ​ແລະ​ຄະນະ​ຜູ້​ແທນ​ອົງການ​ຈັດຕັ້ງສາກົນ​ອື່ນໆ ພ້ອມ​ດ້ວຍ​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ເຊີ​ແນວ​ເປັນຕົ້ນຮ່ວມ​ກັນ​ຈັດ​ຂຶ້ນ​ນັ້ນ​ໄດ້​ເປີດ​ສາກ​ຢູ່​ວັງ​ນາໆ​ຊາດ ທີ່​ຕັ້ງ​ສຳນັກງານ​ສະຫະ​ປະຊາ​ຊາດ​ທີ່​ເຊີ​ແນວ.

ຫຼັງພິທີ​ເປີດ​ງານ, ​ແຂກ 1500 ກວ່າຄົນໄດ້​ຊົມ​ງານ​ລາຕີ​ສິລະ​ປະ​ມ່ວນ​ຊື່ນ​ທີ່​ສະ​ແດງ​ໂດຍ​ສິລະ​ປີນ​ຈີນ, ​ລາຍການ​ສິລະ​ປະມູນ​ເຊື້ອ​ຂອງ​ຈີນ​ເຫຼົ່ານີ້​ມີ​ງີ້ວ​ປັກ​ກິ່ງ, ກາຍຍະ​ສິນ​ແລະ​​ຟ້ອນ​​ເປັນຕົ້ນ, ​ແລະກໍ​ມີ​ການ​ສະ​ແດງ​ບາງ​ຕອນ​ຂອງ​ລະຄອນ​​ໂອ​ເປ​ລາຕ່າງປະ​ເທດ​ທີ່​ມີ​ຊື່ສຽງ, ການສະ​ແດງ​ເປຍ​ໂນ​ແລະ​ວິ​ໂອ​ລົງເປັນຕົ້ນ.

ງານ​ວາງສະ​ແດງ​ຮູບ​ຖ່າຍ​ຂອງ​ຈີນ​​ຍຸກ​ປັດຈຸບັນ​ທີ່​​ເປີດ​ສາກ​ໃນ​ມື້​ດຽວ​ກັນ​ໄດ້​ວາງສະ​ແດງ​ຮູບ​ຖ່າຍ 100 ກວ່າ​ແຜ່ນ, ສ່ອງ​ແສງໃຫ້​ເຫັນ​ການ​ພັດທະນາ​ຂອງ​ສັງຄົມ​ຈີນ​ຍຸກ​ປັດຈຸບັນ, ການ​ສ້າງສາ​ເສດຖະກິດ, ​ໂສມໜ້າ​ຕົວ​ເມືອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ຮີດຄອງ​ປະ​ເພນີ​ແລະ​ພາບ​ວິວທິວ​ທັດ, ພ້ອມ​ດ້ວຍ​ພູມ​ສາດ​ທຳ​ມະ​ຊາດ​ເປັນຕົ້ນ.