ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-27 20:24:51    
ກາງ​ເມືອງ​ແບກ​ແດດ​ເກີດ​ເຫດ​ການ​ລະ​ເບີດ​ລຽນ​ຕິດ, ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຫຼວງ​ຫຼາຍ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 27 ກໍລະ​ກົດ, ຢູ່ກາງ​ເມືອງ​​ແບ​ກ​ແດດ ນະຄອນຫຼວງອີຣັກ​ໄດ້​ເກີດ​ເຫດການ​ລະ​ເບີດ 3 ລາຍ​ລຽນຕິດ, ຢ່າງ​ໜ້ອຍ​ມີ​ຜູ້​ຕາຍ 20 ຄົນ​, ​ບາດ​ເຈັບ 74 ຄົນ.

ເຈົ້າໜ້າ​ທີ່​ກະຊວງ​ພາຍ​ໃນ​ອີຣັກກ່າວ​ວ່າ, ​ເຫດການ​ລະ​ເບີດ​ສາມ​ລາຍ​ດັ່ງກ່າວ​ນີ້​ລ້ວນ​ແຕ່​ເກີດ​ຢູ່​ເຂດ​ຄາ​ລາ​ດາ ​ຄຸ້ມ​ການ​ຄ້າ​ທີ່​ຊາວ​ມຸສລິ​ມນິກາຍ​ຊີ​ອິດໂຮມກັນ​ຢູ່ຫຼາຍ. ລາຍ​ທຳ​ອິດ​ແມ່ນລົດຍົນທີ່​ຈອດ​ຢູ່​ທາງ​ສີ່​ແຍກ​ລະ​ເບີດ, ສອງ​ແມ່ນລູກປືນ​ຄົກ​ສອງ​ລູກ​ຕົກ​ໃສ່​ບ່ອນ​ມໍ່​ປ້ຳ​ນ້ຳມັນ​ແຫ່ງ​ໜຶ່ງ​ຂອງ​ເຂດ​ດັ່ງກ່າວ​, ສາມ​ແມ່ນ​ລະ​ເບີດ​ແຕກຢູ່​ໃນ​ເຮືອນຫຼັງໜຶ່ງ​ໃນ​ຄຸ້ມ​ດັ່ງກ່າວ. ປັດຈຸບັນ, ຍັງ​ເວົ້າບໍ່ໄດ້​ວ່າ, ​ເຫດການ​ລະ​ເບີດ​ 3 ລາຍ​ນີ້​ມີ​ການ​ພົວພັນ​ກັນຫຼືບໍ່, ມູນ​ເຫດ​ຕົວ​ຈິງ​ກໍ​ຍັງ​ຄອຍ​​ສຳຫຼວດຕື່ມ​ອີກ.

ເຖິງ​ວ່າ​ລັດຖະບານ​ຊຸດໃໝ່​ຂອງ​ອີຣັກ​ໄດ້​ໃຊ້​ມາດ​ຕະການ​ຄວາມ​ປອດ​ໄພ​​ຕ່າງໆ​ແລ້ວ​ກໍ​ຕາມ, ​ແຕ່​ສະຖານະ​ການ​ຄວາມ​ປອດ​ໄພ​ຂອງ​ແບກ​ແດດ​ໃນ​ຫວ່າງ​ມໍ່ໆ​ນີ້​ພັດ​ມີ​ທ່ວງທ່າ​ຊຸດ​ຮ້າຍ​ລົງ​.