ຕາມຂ່າວສານຊິນຮວາ:ມື້ວານນີ້,ວັນທີ27 ກໍລະກົດ,ຢູ່ກົວລາລຳເປີ ນະຄອນຫຼວງຂອງມາເລເຊຍ,ທ່ານຫຼີຈ້າວຊິ່ງ ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມງານລ້ຽງທ່ຽງລັດຖະມົນຕີວ່າການກະຊວງການຕ່າງປະເທດອາຊຽນແລະປະເທດຄູ່ເຈລະຈາແລະໄດ້ສະແດງຈຸດຢືນຂອງຈີນກ່ຽວກັບບັນຫາຄວາມປອດໄພດ້ານພະລັງງານ,ການສ້າງປະຊາຄົມອາຊຽນ.
ໃນເວລາເວົ້າເຖິງຄວາມປອດໄພດ້ານພະລັງງານ,ທ່ານຫຼີຈ້າວຊິ່ງກ່າວວ່າ,ຈີນແມ່ນກຳລັງທີ່ມີລັກສະນະສ້າງສັນໃນການຮັກສາແລະເພີ່ມທະວີຄວາມປອດໄພດ້ານພະລັງງານຂອງໂລກ,ເອົາໃຈໃສ່ບັນຫາຄວາມປອດໄພດ້ານພະລັງງານໃນລະດັບສູງ.ຈີນຍຶດໝັ້ນຍຸດທະສາດພະລັງງານຄືການປະຢັດເປັນບູລິມະສິດ,ເພີ່ງຕົນເອງ,ເຮັດໃຫ້ໂຄງສ້າງດີຂຶ້ນ,ຮັກສາສິ່ງແວດລ້ອມ,ເພີ່ມທະວີແລະຍິນດີເພີ່ມທະວີການຮ່ວມມືກັບບັນດາປະເທດຜູ້ຜະລິດແລະປະເທດບໍລິໂພກພະລັງງານພາຍໃຕ້ຫຼັກການທີ່ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ,ພ້ອມກັນຊຸກຍູ້ການສະໜອງພະລັງງານໂລກມີສະຖຽນລະພາບ,ຮັກສາຄວາມປອດໄພດ້ານພະລັງງານທົ່ວໂລກ.ສ້າງຕັ້ງກົນໄກໃໝ່ກ່ຽວກັບຄວາມປອດໄພດ້ານພະລັງງານດ້ວຍຮູບການຮ່ວມມືແບບຕ່າງຝ່າຍຕ່າງມີຜົນ,ຊ່ອຍກັນຮັບປະກັນ,ຄວາມໝັ້ນທ່ຽງແລະຄວາມປອດໄພຂອງການສະໜອງພະລັງງານທົ່ວໂລກ,ທີ່ສອດຄ່ອງຜົນປະໂຫຍດຂອງຝ່າຍຕ່າງໆ.
ກ່ຽວກັບການສ້າງປະຊາຄົມອາຊຽນນັ້ນ,ທ່ານຫຼີຈ້າວຊິ່ງກ່າວວ່າ,ການເຊື່ອມໂຍງເຂົ້າກັນແລະການສ້າງສາປະຊາຄົມມີຜົນດີຕໍ່ການເພີ່ມທະວີລະດັບເຊື່ອມໂຍງເຂົ້າກັນຢູ່ພາຍໃນອາຊຽນ,ແລະເຮັດໃຫ້ອາຊຽນເປັນໃຈກາງໃນການຮ່ວມມືພາກພື້ນ.ຝ່າຍຈີນສະໜັບສະໜູນການເຊື່ອມໂຍງເຂົ້າກັນແລະການສ້າງປະຊາຄົມຂອງອາຊຽນແລະຍິນດີທີ່ຈະຮ່ວມມືກັບອາຊຊຽນຢ່າງຕັ້ງໜ້າ,ສະໜັບສະໜູນເຊິ່ງກັນແລະກັນ,ປະສານສົມທົບຢ່າງສະໜິດແໜ້ນເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ.
|