ຕາມຂ່າວCRI:ວັນທີ2ສິງຫາຢູ່ແບກແດດ ທ່ານທາລາບານີ ປະທານາທິບໍດີອີຣັກກ່າວວ່າ,ກອງທັບອີຣັກຈະເຂົ້າຮັບຜິດຊອບວຽກງານຮັກສາຄວາມປອດໄພໃນ 18 ແຂວງທົ່ວປະເທດກ່ອນທ້າຍປີນີ້.

ວັນທີ2ສິງຫາ,ຢູ່ແບກແດດ,ທ່ານທາລາບານີ ໃຫ້ສຳພາດໃນງານ ຊຸມນຸມນັກຂ່າວ ຕາມຂ່າວອາເປລາຍງານວ່າ,ໃນຖະແຫຼງການ ທ່ານທາລາບານີກ່າວວ່າ,ລັດະບານອີຣັກມີຄວາມໝັ້ນໃຈຈະສາມາດລົບລ້າງລັດທິກໍ່ການຮ້າຍໄດ້ພາຍໃນປີນີ້.ທ່ານເວົ້າວ່າ,ກອງທັບຂອງອີຣັກຈະເຂົ້າຮັບຜິດຊອບວຽກງານຮັກສາຄວາມປອດໄພຂອງບັນດາແຂວງໃນທົ່ວປະເທດເທື່ອລະກ້າວກ່ອນທ້າຍປີນີ້,ແລະຈະເພີ່ມບົດບາດເປັນເຈົ້າການໃນຕໍ່ໄປ.

ວັນທີ2ສິງຫາ,ຢູ່ແບກແດດ,ທ່ານທາລາບານີ ໃຫ້ສຳພາດໃນງານ ຊຸມນຸມນັກຂ່າວ ເດືອນທີ່ແລ້ວ,ກອງທັບນານາຊາດຫາກໍ່ໄດ້ມອບສິດຄວບຄຸມຄວາມປອດໄພຂອງແຂວງມາຊານາໃຫ້ອີຣັກ,ປັດຈຸບັນ ວຽກງານຮັກສາຄວາມປອດໄພໃນອີກ 17 ແຂວງຂອງອີຣັກຍັງແມ່ນທະຫານອາເມລິກາຮັບຜິດຊອບຢູ່.
|