ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-06 19:02:49    
ທະຫານ​ອິສ​ຣາ​ແອນ​ຈັບ​ທ່ານ​ອາ​ຊິ​ສ​ເດິ​ເວກ ປະ​ທານ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ

cri Author: min
ຕາມ​ຂ່າວ CRI: ຕອນ​ກາງຄືນ​ວັນ​ທີ 5 ສິງຫາ, ທະຫານ​ອິສຣາ​ແອນ​ໄດ້​ຈັບ​ທ່ານອາ​ຊິ​ສ​ເດິ​ເວ​ກ ປະ​ທານ​ຄະນະ​ກຳ​ມະ​ການ​ນິຕິ​ບັນຍັດ​ປາ​ເລັສຕີນ​ຢູ່​​ເມືອງ​ລາມາ​ລາ.

ອົງການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສ​ຕີນ​ຢືນຢັນ​ວ່າ, ວັນ​ທີ 5 ສິງຫາ, ທະຫານ​ອິສຣາ​ແອນ​ກອງ​ໜຶ່ງ​ໄດ້​ໂຈມ​ຕີ​ເຮືອນ​ຢູ່​ຂອງ​ທ່ານ​ເດິ​ເວ​ກຢູ່ເມືອງ​ລາມາ​ລາ​ຢ່າງ​ກະທັນຫັນ, ​ແລະ​ໄດ້​ພາ​​ໂຕ​ທ່ານ​ໄປ​ຖານ​ທັບ​ແກ່ງ​ໜຶ່ງ​ຂອງ​ອິສຣາ​ແອນ​ຢູ່​ນອກ​ເມືອງ. ຝ່າຍ​ທະຫານ​ອິສຣາ​ແອນ​ຮັບຮູ້​ວ່າ​ໄດ້​ໃຊ້​ການ​ເຄື່ອນ​ໄຫວ​ການ​ທະຫານ, ​ແຕ່​ບໍ່​ຍອມ​ອະ​ທິ​ບາຍ​ມູນ​ເຫດ.

ໃນ​ຖານ​ເປັນ​ສະມາຊິກ​ອົງການ​ຮາ​ມັສປາ​ເລັສຕິນ, ທ່ານ​ເ​ດິ​ເວ​ກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສ​ຕີນ​ໃນ​ເດືອນ​ມັງກອນ​ປີ​ນີ້, ​ແລະ​ໄດ້​ດຳ​ລົງ​ຕຳ​ແໜ່​ງປະທານ​ຄະນະ​ກຳມະການ​ນິຕິ​ບັນຍັດ​ໃນ​ເດືອນ​ມີນາ.