ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-07 14:49:57    
ທ່ານ​ຮາ​ນີ​ຢາ​ກ່າວ​ປະ​ນາມ​ຝ່າຍ​ອິສ​ຣາ​ແອນ​ທຳ​ລາຍ​ໂຄງ​ປະ​ກອບ​ການ​ເມືອງ​ຂອງ​ຝ່າຍ​ປາ​ເລັສ​ຕິນ ທ່ານ​ອັບ​ບັສ​ຫວັງ​ໃຫ້​ຈັດ​ກອງ​ປ​ະຊຸມ​​ສຸກ​ເສີນ​ຜູ້​ນຳ​ອາ​ຣາບ​ໂດຍ​ໄວ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 6 ສິງຫາ, ທ່ານ​ຮາ​ນີຢາ ນາຍົກ​ລັດຖະ​ມົນຕີ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ໄດ້​ກ່າວ​ຄຳ​ປາ​ໄສຢູ່​​ກາຊາ, ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ອິສຣາ​ແອນ​ທີ່​ຈັບ​ທ່ານ​ເດິ​ເວ​ກ ປະ​ທານ​ຄະນະ​ກຳມະການ​ນິຕິ​ບັນຍັດ​ປາ​ເລັສຕິນ, ​ແລະ​ຕິຕຽນ​ອິສຣາ​ແອນ​ທີ່​ເຈດ​ຕະນາ​ທຳລາຍ​ໂຄງ​ປະກ​ອບການ​ເມືອງ​ຂອງ​ປາ​ເລັສ​ຕິນ. ມື້​ວານ​ນີ້, ທ່ານ​ອັບ​ບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ທີ່​ພວມ​ຢ້ຽມຢາມ​ອິ​ເອ​ເມນ​ເວົ້າ​ວ່າ, ຕ້ອນ​ການໃຫ້​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ຂັ້ນ​ຜູ້ນຳ​ປະ​ເທດ​ອາຣາບ​ໂດຍ​ໄວ​ເພື່ອ​ຮັບ​ມື​ກັບ​ສະຖານະ​ການ​ທີ່​ຊຸດ​ໂຊມ​ລົງ.

ຕອນ​ຂ້ອນ​ແຈ້ງ​ວັນ​ທີ 6 ສິງຫາ, ທະຫານ​ອິສຣາ​ແອນ​ໄດ້​ເຂົ້າ​ຮຸກ​ຮານ​ເມືອງ​ລາມາ​ລາ​ຂອງປາ​ເລັສຕິນ, ​ແລະ​ຈັບ​ທ່ານ​ເດິເວ​ກ. ​ນັບແຕ່​ອິສຣາ​ແອນ​ກໍ່​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຂະໜາດ​ໃຫຍ່​ທີ່​ມີ​ລະຫັດ "ຝົນ​ລະດູ​ຮ້ອນ" ​ໃນ​ທ້າຍ​ເດືອນ​ມິ​ຖຸນາ​ເປັນ​ຕົ້ນ​ມາ, ​ໄດ້​ມີ​ກຳມະການ​ຄະນະ​ນິຕິ​ບັນຍັດ​ແລະ​ລັດຖະ​ມົນຕີ​ຄະນະ​ລັດຖະບານ​ປາ​ເລັສ​ຕິນ 60 ກວ່າ​ຄົນ​ຖືກ​ທະຫານ​ອິສຣາ​ແອນ​ຈັບ​​​ໄປ​ແລະ​ຖືກ​ກັກ​ຂັງ​ຈົນ​ຮອດ​ດຽວ​ນີ້.