ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-10 20:35:58    
ທ່ານ​ອານ​ນານ​ກ່າວ​ເຕືອນ​ວ່າຢ່າເບິ່ງຂ້າມວິ​ກິດ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕິ​ນກັບອິສຣາ​ແອນ​ຍ້ອນ​ສົງຄາມ​ລະຫວ່າງ​ລີ​ບັງ​ກັບ​ອິສຣາ​ແອນ

cri

ຕາມ​ຂ່າວcri:ວັນ​ທີ9 ສິງຫາ,ທ່ານ​ອານ​ນານ ​ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະ​ຊາ​ຊາດ​ອອກ​ຖະ​ແຫຼ​ງການ,ກ່າວ​ເຕືອນ​ວ່າ​ຢ່າ​ເບິ່ງ​ຂ້າມວິ​ກິດການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕິນກັບ​ອິສຣາ​ແອນ​ຍ້ອນ​ສົງຄາມ​ລະຫວ່າງ​ລີ​ບັງ​ກັບ​ອິສຣາ​ແອນ.

ຖະ​ແຫຼງ​ການ​ເອົາໃຈໃສ່​ນຳ​ເຫດ​ການ​ທີ່​ອິສ​ຣາ​ແອນ​ຈັບ​ຕົວ​ທ່ານ​ດູໄອກ ປະທານ​ສະພາ​ນິຕິບັນຍັດ​ປາ​ເລັສຕິນຕາມ​ສຳ​ພັງ​ໃຈ,ຊີ້​ອອກ​ວ່າ​ນີ້​ໄດ້​ຂັດຂວາງ​ການໜູນ​ວຽນ​ຂອງ​ອົງການ​ການ​ເມືອງ​ປາ​ເລັສຕິນ.ຖະ​ແຫຼ​ງການ​ຍັງ​ຊີ້ອອກ​ວ່າ,ບໍ່​ມີ​​ເຫດຜົນ​ໃດ​ຈະ​​ແກ້​ຕາງ​ເລື້ອງ​ກອງ​ທະຫານ​ອິສຣາ​ແອນ​​ເຮັດໃຫ້​ຄົນ​ປາ​ເລັສຕິນຕາຍ​ແລະ​ບາດ​ເຈັບຢູ່​ກາຊາ.

ຖະ​ແຫຼ​ງການ​ຍັງ​ຮຽກຮ້ອງ​ຄົນ​ປາ​ເລັສຕິນຄວນ​ຢຸດຕິ​ການທີ່ຍິງ​ຈະ​ຫຼວດຈາກ​ແຖບ​ກາຊາ​​ໄປ​ໃສ່​ປະຊາຊົນ​ອິສຣາ​ແອນ​ໂດຍທັນທີ,​ແລະ​ຮຽກຮ້ອງ​ບັນດາຝ່າຍ​ທີ່ກ່ຽວຂ້ອງ​ຟື້ນ​ຟູ​ການ​ສົນທະນາ​​ໂດຍທັນທີ.