ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-12 17:09:13    
ອັງກິດ​ຫວັງ​ເຂົ້າ​ຮ່ວມ​ແຜນ​ການ​ຂຶ້ນ​​ດວງ​ຈັນ​ຂອງ​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວິ​ທະ​ຍຸBBC ​ແຈ້ງ​ຂ່າວ​ໃນວັນ​ທີ 11 ສິງຫາ​ວ່າ, ອັງກິດ​ຫວັງຢາກ​ເຂົ້າຮ່ວມ​ແຜນການ​ສຳຫຼວດດວງຈັນ​ຂອງ​ຈີນ, ​ແລະ​ສ້າງ​​ອຸ​ປະກອນ​ວິ​ທະ​ຍາ​ສາດ​ໃຫ້​ແກ່​ແຜນການ​ຂຶ້ນ​ດວງ​ຈັນ​ຂອງ​ຈີນ.

ຂ່າວ​ແຈ້ງວ່າ, ຕົ້ນປີ​ນີ້, ຄະນະ​ຜູ້​ແທນ​ວິທະຍາສາດ​ການບິນ​ອະ​ວະ​ກາດ​ອັງກິດ​ໄດ້​ມາ​ຢ້ຽມຢາມ​ຈີນ, ​ໄດ້​ປຶກສາ​ຫາລື​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ການສ້າງ​ອຸປະກອນ​ວິທະຍາສາດ​ໃຫ້​ແກ່​​ແຜນ​ການ​ຂຶ້ນ​ດວງ​ຈັນ​ຂອງ​ຈີນ​ໄລຍະ​ທີ​ສອງ. ຂ່າວ​ດັ່ງກ່າວ​​ໄດ້​ນຳ​ເອົາ​ຄວາມ​ເວົ້າຂອງ​ສະມາຊິກ​ຄະນະ​ຜູ້​ແທນ​ອັງກິດ ສາ​ສະ​ດາ​ຈານ​ວິທະຍາສາດ​ການບິ​ນອະ​ວະ​ກາດ​ຂອງ​ມະຫາວິທະຍາ​ໄລ​ໂອ​ເປັນອັງກິດ​ມາ​ແຈ້ງວ່າ, ພວກ​ເຂົາ​ເຈົ້າມີ​ຄວາມຫວັງຫຼາຍທີ່​ຈະ​ມີ​ໂອກາດ​ສ້າງ​ອຸປະ​ກອນ​ທີ່​ຈີນ​ຕ້ອງການ.