ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-19 19:15:41    
ທະ​ຫານ​ອິສ​ລະ​ແອນ​ຈັບ​ຕົວ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ປົກ​ຄອງ​ຕົນ​ເອງ​ຂອງ​ປາ​ເລັສ​ຕີນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 19 ສິງຫາ ສະມາຊິກ​ສະພານິຕິບັນຍັດ​ປາ​ເລັສຕີນ2ຄົນ​ຢືນຢັນ​ວ່າ,ມື້​ດຽວ​ກັນ ກອງ​ທະຫານ​ອິສລະ​ແອນ​ໄດ້​ຈັບ​ຕົວ​ທ່ານ​ອານ ຊາ​ອິວ ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ອົງການ​ຮາມ​າສ ຮອງ​ນາຍົກລັດຖະມົນຕີ​ລັດຖະບານ​ປົກຄອງ​ຕົນ​ເອງຂອງປາ​ເລັສຕີນ.

​​ເມຍຂອງ​ທ່ານ​ຊາ​ອິວ​ເວົ້າວ່າ,ທ່ານ​ຊາ​ອິວ​ແມ່ນ​ຖືກ​ທະຫານ​ອິສລະ​ແອນ​ຈັບ​ໄປ​ໃນ​ເຮືອນ​ຢູ່​ເມືອງ​ລາມາ​ລາ​ທີ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ຊອກ​ດາ​ນີ​ໃນ​ຍາມ​ຂ້ອນ​ແຈ້ງ.​ໂຄສົກ​ຜູ້​ໜຶ່ງ​ຂອງ​ກອງທະຫານບົກ​ອິສລະ​ແອນ​ໄດ້​ຢືນຢັນ​ຂ່າວ​ດັ່ງກ່າວ,​ແລະ​ກ່າວ​ວ່າ​ທ່ານ​ຊາ​ອິວ​ແມ່ນ​ສະມາຊິກ​ອົງການ​ກໍ່​ການ​ຮ້າຍ.

ທ່ານ​ເອຣາ​ຄາ ຜູ້​ແທນ​ເຈລະຈາ​ຜູ້​ທີ​ໜຶ່ງ​ຂອງ​ປາ​ເລັສຕີນ​ໄດ້​ກ່າວ​ປະນາມ​ການ​ຈັບ​ຕົວ​ຂອງ​ທະຫານ​ອິສລະ​ແອນ,​ເຫັນ​ວ່າ ການ​ກະທຳ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ຄວາມ​ພະຍາຍາມ​ຂອງ​ທ່ານ​ອາບ​າສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ໃນ​ຫວ່າງ​ມໍ່​ໆ​ນີ້​ທີ່​ຈັດຕັ້ງລັດຖະບານ​ປະສົມ​ແລະ​ຍາດ​ແຍ່ງ​ໃຫ້​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຜ່ອນຄາຍ​ການ​ຈຳກັດ​ການ​ສະໜັບສະໜູນ​ລັດຖະບານ​ຮາ​ມາສນັ້ນສັບສົນ​ກວ່າ​ເກົ່າ.