ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 18:24:28    
ທ່ານ​ຫູ​ສຽນ​ເວີນ​ກ່າວ​ເຖິງ​ຈຸດ​ພິ​ເສດ​ຂອງ​ການ​ພົວ​ພັນ​ໄມ​ຕີ​ຈິດ​ແບບ​ໃໝ່​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ກ່ອນ​ທ່ານ​ນົງ​ດຶກ​​ແໜ້ງ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມມາຢ້ຽມຢາມ​ຈີນ, ທ່ານ​ຫູ​ສຽນ​ເວີນ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ​ໄດ້ຕ້ອນຮັບ​ການ​ເຂົ້າສຳພາດຂອງ​ນັກ​ຂ່າວ​ຂ່າວສານ​ຊີ​ນຮວາ, ທ່ານ​ຊີ້​ອອກ​ວ່າ, ​ໂຄງ​ປະກອບ​ການ​ເມືອງ​ຂອງ​ສອງ​ປະ​ເທດ​ຈີນ​ຫວຽດນາມ​ແມ່ນຄື​ກັນ, ສະພາບ​ຂອງສອງປະເທດກໍຄ້າຍຄື​ກັນ, ສອງ​ປະ​ເທດ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ​ສະ​ໜັບສະ​ໜູນ​ເຊິ່ງກັນ​ແລະ​ກັນ, ຮ່ວມ​ມື​ກັນ​ຢ່າງຮອບດ້ານ, ຕ່າງ​ຝ່າຍ​ຕ່າງໄດ້ຮັບຜົນປະໂຫຍດ, ພ້ອມກັນສະ​ແຫວ​ງຫາ​ການ​ພັດທະນາ, ​ໄດ້​ກາຍ​ເປັນ​ຈຸດ​ພິ​ເສດ​ສຳຄັນ​ຂອງ​ການ​ພົວພັນ​ແບບໃໝ່ລະຫວ່າງຈີນ​ກັບຫວຽດນາມໃນ​ສະຕະວັດ​ໃໝ່, ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງສອງພັກແລະ​ສອງ​ລັດ​ກ້າວ​ເຂົ້າສູ່​ໄລຍະ​ໃໝ່ທີ່ພັດທະນາ​ຢ່າງຮອບດ້ານ.

ທ່ານ​ຫູ​ສຽນ​ເວີນ​ຊີ້​ອອກ​ວ່າ, ​ໃນຫຼາຍປີ​ມາ​ນີ້, ການ​ພົວພັນ​ຈີນ​ຫວຽດນາມ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ​ໄດ້​ສະ​ແດງອອກໃຫ້ເຫັນໃນ 4 ດ້ານ​ດັ່ງ​ນີ້ຄື: ໜຶ່ງ, ຜູ້ນຳ​ສອງ​ພັກ​​ລັດ​ຈີນ-​ຫວຽດນາມ​ໄດ້​ຮັກສາ​ການ​ຕິດ​ຕໍ່​ພົວພັນ​ແລະ​ການ​ໄປມາຢ້ຽມຢາມ​ກັນ​ຢ່າງ​ເນື່ອງນິດ, ​ໄດ້​ຊຸກ​ຍູ້​ໃຫ້ການ​ພົວພັນ​ລະຫວ່າງສອງ​ຊາດ​ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ກວ່າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ. ສອງ, ການ​ຮ່ວມ​ມື​ດ້ານເສດຖະກິດການຄ້າ​ຂອງ​ສອງ​ຝ່າຍ​ໄດ້​ກ້າວ​ຂຶ້ນສູ່ລະດັບສູງໃໝ່​ຢ່າງຕໍ່ເນື່ອງ, ກ່ອນ​ທ້າຍ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ຂອງ​ສອງ​ຝ່າຍ​ຄາດວ່າ​ຈະບັນລຸ 10 ຕື້​ໂດ​ລາ​ຊຶ່ງເປັນມູນຄ່າ​ທີ່ນາຍົກ​ລັດຖະມົນຕີ​ຂອງສອງປະ​ເທດ​ກຳນົດໄວ້ສຳລັບປີ 2010 ທີ່ສາມາດ​ບັນລຸ​ກ່ອນກຳນົດ. ສາມ, ບັນຫາ​ຊາຍ​ແດນ​ທີ່​​ຄ້າງ​ຄາມາ​ແຕ່​ປະຫວັດສາດ​ໄດ້​ຮັບ​ການ​ແກ້​ໄຂຢ່າງ​ເໝາະ​ສົມ​ເທື່ອ​ລະ​ກ້າວ. ສີ່, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ຂຶ້ນ​ຮອບດ້ານ.