ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 21:26:15    
"ຂະບວນລົດ​ມິດ​ຕະ​ພາບ​ຈີນ​ຣັດ​ເຊຍ"ຈັດ​ພິ​ທີ​ເຂົ້າ​ເມືອງ​ແຊງ​ເປ​​ແຕັສ​ບວກ

cri Author: mo
 ຕາມຂ່າວCRI: ວັນທີ 23 ສິງຫາ, ຄະນະ​ສຳພາດປະສົມຂ້າມ​ຊາຍ​ແດນ​ທີ່​ໃຊ້ຊື່ວ່າ"ຂະບວນລົດມິດຕະພາບຈີນ​ຣັດ​ເຊຍ"​ໄດ້​ຈັດ​ພິທີ​ເຂົ້າ​ເມືອງ​ແຊງ​ເປ​​ແຕັກສບ​ວກຢ່າງ​ຄຶກຄື້ນ​. ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, "ຂະບວນລົດມິດຕະພາບຈີນຣັດ​ເຊຍ" ​ໄດ້​ຮັບ​ໝາກຜົນ​ທີ່​ດີຫຼາຍ.

ພິທີ​ເຂົ້າ​ເມືອງ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມຫຼວງຕໍ່ໜ້າ​ໂບດ​ອີ​ຊາກີ​​ເອັຟຢູ່​ກາງ​ເມືອງ​ແຊງ​ເປ​ແຕັກສບ​ວກ. ທ່ານນີ​ໂກລາ​ເຢວິສ ຮອງ​ເຈົ້າຄອງ​ນະຄອນ​ແຊງ​ເປ​ແຕັກສບ​ວກ​ໄດ້​ມອບກາເມືອງ​ແຊງ​ເປ​ແຕັກສບ​ວກ​ໃຫ້​ທ່ານ​ນາງ​ວາງ​ຕຸ່ງ​ເມີຍ ຫົວໜ້າ​ຄະນະ​ສຳພາດ.

ທ່ານ​ນາງ​ວາງ​ຕຸ່ງ​ເມີຍ​ເວົ້າວ່າ, ວັດຖຸ​ປະສົງ​ຂອງ"ຂະບວນລົດມິດຕະພາບຈີນຣັດເຊຍ" ​ແມ່ນ​​ເພື່ອສົ່ງ​ເສີມ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ລະຫວ່າງ​ຈີນ​ກັບຣັ​ດ​ເຊຍ. ບົດ​ແຈ້ງຂ່າວຮ້ອຍກວ່າ​ບົດທີ່​ນັກ​ຂ່າວ​ຈີນ​ສົ່ງ​ຄືນ​ມາໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ ​ແລະ​ການ​ແລກປ່ຽນ​ວັດທະນະທຳ​ອັນ​ດີງາມ​ລະຫວ່າງ​ທ້ອງ​ຖິ່ນ​ກັບ​ຈີນ​ແລະ​ບົດບາດ​ອັນ​ຕັ້ງໜ້າ​ຂອງ​ຊາວ​ຈີນ​ໃນ​ການ​ສ້າງສາ​ເສດຖະກິດ​ທ້ອງ​ຖິ່ນ.

ທ່ານ​ວາງ​ກົວະ​ຊີ້​ງ ຮອງ​ຫົວໜ້າ​ຫ້ອງການ​ຖະ​ແຫຼງຂ່າວ​ຄະນະ​ລັດຖະບານ​ຈີນ​ກ່າວ​ຄຳ​ປາ​ໄສວ່າ, ຍິນ​ດີ​ຕ້ອນຮັບ​ສື່​ມວນ​ຊົນຣັດ​ເຊຍ​ໄປ​ສຳພາດຢູ່​ຈີນ​ໃນ​ໄລຍະ"ປີ​ຈີນ"​ໃນ​ປີໜ້າ.