|
|
(GMT+08:00)
2006-08-26 18:31:42
|
|
ປະທານອົງການFEDອາເມລິກາຮຽກຮ້ອງໃຫ້ຂວ້ຳບາດທ່າອຽງຂອງລັດທິປົກປ້ອງການຄ້າ
cri
Author: MO
ຕາມຂ່າວສານຊີນຮວາ: ວັນທີ 25 ສິງຫາ, ທ່ານເບັນ ເບີນານເຄີ ປະທານອົງການFEDອາເມລິກາຮຽກຮ້ອງໃຫ້ຜູ້ວາງນະໂຍບາຍຂວ້ຳບາດທ່າອຽງຂອງລັດທິປົກປ້ອງການຄ້າທີ່ນັບມື້ນັບຮ້າຍແຮງ. ໃນກອງປະຊຸມເສດຖະກິດທີ່ຈັດຂຶ້ນຢູ່ລັດວາຍໂອມິງຂອງອາເມລິກາໃນມື້ວານນີ້, ທ່ານເບີນານເຄີກ່າວຄຳປາໄສວ່າ, ໂລກາວິວັດຈະຊຸກຍູ້ໃຫ້ກຳລັງການຜະລິດພັດທະນາຕື່ມອີກ, ແຕ່ຍ່ອມຈະນຳເຊິ່ງຊຸທັ່ງຈຳນວນໜຶ່ງ, ແຕ່ຖ້າຄົນທັງຫຼາຍໃຊ້ມາດຕະການລັດທິປົກປ້ອງການຄ້າ ເພື່ອຫຼົກຫຼີກການແກ່ງແຍ່ງກັນຫຼາຍກວ່າເກົ່າ, ນີ້ແມ່ນບໍ່ສະຫຼາດສະຫຼຽວ.
ທ່ານເບີນານເຄີໄດ້ຕີລາຄາສູງຕໍ່ການໄຂປະຕູແລະພັດທະນາເສດຖະກິດຂອງຈີນແລະອິນເດຍເປັນຕົ້ນ. ທ່ານຊີ້ອອກວ່າ, ການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນທີ່ບໍ່ຮອດ 30 ປີ, ກໍໄດ້ເຮັດໃຫ້ຈີນເຂົ້າສູ່ຂະບວນການໂລກາວິວັດຢ່າງວ່ອງໄວ.
ສື່ມວນຊົນອາເມລິກາເຫັນໂດຍທົ່ວໄປວ່າ, ຄຳປາໄສຂອງທ່ານເບີນານເຄີເທື່ອນີ້ແມ່ນແນ່ໃສ່ທ່າອຽງລັດທິປົກປ້ອງການຄ້າຂອງອາເມລິກາທີ່ນັບມື້ນັບຮ້າຍແຮງ. ຫວ່າງມໍ່ໆນີ້, ບຸກຄົນການເມຶອງຈຳນວນໜຶ່ງຂອງອາເມລິກາໄດ້ເປີດປ່າວເລື້ອຍໆໃຫ້ໃຊ້ມາດຕະການຈຳກັດການຄ້າຕໍ່ຜະລິດຕະພັນຂອງຈີນ.
|
|
|