ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 18:18:36    
ປີ​ນີ້​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ​ຫວຽດ​ນາມ​ຈະ​ບັນ​ລຸ​10​ຕື້​ໂດ​ລາ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ຫາງ​ສຽງ​ວົງ​ການ​ຕ່າງໆ​ພ້ອມ​ດ້ວຍ​ພາກ​ສ່ວນ​ຊົງ​ອິດ​ທິພົນ​ຂອງ​ຫວຽດ​ນາມ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,​ປັດ​ຈຸ​ບັນ,​ຈີນ​ໄດ້​ກາຍ​ເປັນ​ຄູ່​ຂາ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ຫວຽດ​ນາມ​ແລ້ວ.

ຕາມ​ສະຖິຕິ​ຂອງ​ດ່ານ​ພາສີ​ຫວຽດ​ນາມ,​ໃນ​ປີ2005,​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ມີ8ຕື້​790​ລ້ານ​ໂດ​ລາ,ຫົກ​ເດືອນ​ຕົ້ນ​ປີ​2006ມີ​4ຕື້​645​ລ້ານ​ໂດ​ລາ,​ກະ​ວ່າ​ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ປີ​2006​ຈະ​ມີ​10ຕື້​ໂດ​ລາ.​ພ້ອມ​ກັນ​ນັ້ນ,​ຕົວ​ເລກ​ສະ​ຖິຕິ​ຂອງ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດ​ນາມ​ສະ​ແດງ​ໃຫ້​ເຫັນ​ວ່າ,​ນັບມາ​ຮອດ​ເດືອນ​ກໍ​ລະກົດ​ປີ2006,​ຈີນ​ໄດ້​ລົງທຶນ​ຢູ່​ຫວຽດ​ນາມ​ລວມ​377​ໂຄງ​ການ,​ທຶນ​ຈົດ​ທະ​ບຽນ​ມີ796​ລ້ານ​ໂດ​ລາ.

ນອກນີ້​ຂ່າວ​ແຈ້ງ​ວ່າ,​ປັດຈຸ​ບັນ,​ຈີນ​ແມ່ນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ທີ່​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດ​ນາມ​ແລ້ວ.​ໃນ​ຫົກ​ເດືອນ​ຕົ້ນ​ປີ2006,​ຄົນ​ຈີນ​ທີ່​ໄປ​ທ່ຽວ​ຫວຽດ​ນາມ​ມີ​3​ແສນ​5ໝື່​8​ພັນ​ເທື່ອ​ຄົນ.​ໃນ​ຂະນະ​ດຽວ​ກັນ,​ຄົນ​ຫວຽດ​ນາມ​ທີ່​ມາ​ທ່ຽວ​ຈີນ​ກໍ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.