ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-01 11:08:48    
ຈີນ​ຫວັງ​ຢາກ​ເພິ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ຕື່ມ​ອີກ

cri

ຕາມ​ຂ່າວ​CRI:ວັນ​ທີ31​ສິງຫາ,​ໃນ​ເວລາ​ກ່າວ​ປາຖະ​ກະຖາຢູ່​ລັດຖະສະພາ​​​ເບຼຊິນ,ທ່ານ​ອູ​ປາງ​ກົວ ປະ​ທານ​ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນທີ່​ພວມ​ຢ້ຽມຢາມ​​ເບຼຊິນ​ກ່າວ​ວ່າ,ຝ່າຍ​ຈີນ​​ເພິ່ງ​ພໍ​ໃຈຕໍ່​ການ​ພົວພັນ​ຈີນ​ກັບ​ເບຼຊິນ​ໃນ​ປັດຈຸບັນ,​ແລະຫວັງ​ຢາກເພິ່ມ​ທະວີ​ການ​ຮ່ວມ​ມືມິດ​ຕະພາບ​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ​ເຊິ່ງລວມ​ທັງ​ເບຼຊິນ​ຕື່ມ​ອີກ

ທ່ານ​ອູ​ປາງ​ກົວ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີຫຼາຍ​ຂໍ້​ຕໍ່​ການ​ຂະຫຍາຍຕົວ​ຂອງ​ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ ​ເຊິ່ງລວມ​ທັງ​ເບຼ​ຊິນໃນ​ສະ​ເພາະ​ໜ້າ​ນີ້,​​ແລະ​ກ່າວ​ວ່າ,ພາຍ​ໃຕ້​ສະ​ພາບ​ການ​ໃໝ່​ທີ່​ທ່ວງທ່າ​ຫັນ​ເປັນຫຼາຍ​ຂົ້ວຂອງ​ໂລກ​ແລະ​ໂລກາ​ພິວັດ​ດ້ານ​ເສດຖະກິດ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ​ນັ້ນ,ການ​ເພິ່ມທະວີ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນນັ້ນ​ສອດ​ຄ່ອງ​ກັບຜົນ​ປະ​​ໂຫຍດ​ພື້ນຖານ​ຂອງ​ສອງ​ຝ່າຍ,ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ຮ່ວມກັນ​ຂອງ​ຈີນ​ກັບປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ,ມີ​ຜົນ​ດີ​ຕໍ່​​ການເພິ່ມ​ທະວີ​ການ​ຮ່ວມ​ມື​ໃຕ້​ໃຕ້ ​ແລະ ມີ​ຜົນ​ດີ​ຕໍ່​ການຊຸ​ກຍູ້​ສັນຕິພາບ​ແລະ​ການ​ພັດ​ທະນາ​ຂອງ​ໂລກ.

ມື້​ດຽວ​ກັນ,ທ່ານ​ອູ​ປາງ​ກົວ​ຍັງ​ໄດ້ກ່າວ​ຄຳ​ປາ​ໄສ​ຢູ່​ພິທີ​​ໄຂ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ຄະ​ນະ​ກຳມະ​ການ​ນັກ​ວິ​ສາ​ຫະກິດ​ຈີນ​ກັບ​ເບຼຊິນ.