ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 15:34:13    
ທິມ​ແອສ​ປາຍ​ຊີງ​ໄດ້​ແຊມ​ປຽມ​ໃນ​ງານ​ແຂ່ງ​ຂັນ​ບານ​ບ້ວງ​​ເພດ​ຊາຍ​ຊີງ​ຂັນ​ໂລກ​ປີ 2006

cri Author: sayvanny
ຕາມ​ຂ່າວ CRI: ງານ​ແຂ່ງ​ຂັນ​ບານ​ບ້ວງ​ເພດ​ຊາຍ​ຊີງ​ຂັນ​ໂລກ​ປີ 2006 ທີ່ຈັດ​ຂຶ້ນ​ຢູ່​ຊາ​ອີ​ຕາ​ມາ ​ແຫ່ງ​ຍີ່​ປຸ່ນ​ໄດ້​ປິດ​ລົງ​ແລ້ວ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ກັນ​ຍາ.ທິມ​ແອສ​ປາຍ​ທີ່​ຂາດ​ທ້າວ​ກາ​ໂຊນ ດາຣານ້ຳ​ເບີ​ຫນຶ່ງ​ໄດ້​​ເອົາ​ຊະນະ​ທິມ​ເກັຼກ​ທີ່​​ເປັນ​ແຊມ​ປຽມ​ເອີ​ລົບ​ດ້ວຍ​ຄະ​ແນນ 70:47,​ ຊີງ​ໄດ້​ແຊມ​ປຽມ​ໃນ​ງານ​ແຂ່ງຂັນ​ບານບ້ວງ​ເພດ​ຊາຍ​ຊີງ​ຂັນ​ໂລກ​ເປັນ​ເທື່ອ​ທຳ​ອິດ​ໃນ​ປະ​ຫວັດ​ສາດ.

ຍ້ອນ​ຖືກ​ບາດ​ເຈັບ​ໃນ​ການ​ແຂ່ງ​ຂັນ​ຮອບ​ຮອງ​ຊະ​ນະ​ເລີດ,ທ້າວ​ກາ​ໂຊນ​ມີ​ແຕ່​ນັ່ງ​​ເປັນ​ນັກ​ກິລາ​ສຳ​ຮອງ.​ ເມື່ອ​ການ​ແຂ່ງ​ຂັນ​ສິ້ນ​ສຸດ​ລົງ​ແລ້ວ, ທ້າວ​ກາ ​ໂຊ​ນໄດ້​ຖືກ​ສະ​ຫະ​ພັນ​ບານ​ບ້ວງ​ສາກົນ​ຄັດ​ເລືອກ​ໃຫ້​ເປັນ​ນັກ​ກິລາ​ບານ​ບ້ວງ​ທີ່​ມີ​ຄຸນ​ຄ່າ​ກວ່າ​ຫມູ່​ໃນ​ງານ​ແຂ່ງ​ຂັນ​ເທື່ອ​ນີ້.

​ໃນ​ການ​ແຂ່ງຂັນ​ຊີງ​ຫລຽນ​ທອງເມື່ອ​ຫນຶ່ງ​ມື້​ກ່ອນ, ທິມອາ​ເມ​ລິ​ກາ​ໄດ້​ເອົາ​ຊະ​ນະ​ທິມ​ອາກ​ຊັງ​ຕິນ​ດ້ວຍ​ຄະ​ແນນ 96:81.

ງານ​ແຂ່ງ​ຂັນ​ບານ​ບ້ວງ​​ເພດ​ຊາຍ​ຊີງ​ຂັນ​ໂລກ​ຄັ້ງຫນ້າ​ຈະ​ຈັດ​ຂຶ້ນ​ຢູ່​ຕວກກີ​ໃນ​ປີ 2010.