|
 |
(GMT+08:00)
2006-09-04 17:45:37
|
ຍົນທະຫານອິສຣາແອນໂຈມຕີກາຊາອີກ
cri
Author: mo
ຕາມຂ່າວສານຊີນຮວາ: ຕາມຊາວປາເລັສຕີນຢູ່ທ້ອງຖິ່ນບອກວ່າ, ຕອນເຊົ້າວັນທີ 4 ກັນຍາ, ຍົນທະຫານອິສຣາແອນໄດ້ໂຈມຕີເຮືອນຂອງຜູ້ປະກອບອາວຸດປາເລັສຕີນແຫ່ງໜຶ່ງຢູ່ເຂດກາຊາ, ທັງໄດ້ຊອກຈັບເທື່ອໃໝ່ຢູ່ພາກເໜືອກາຊາ. ຝ່າຍປາເລັສຕີນກ່າວວ່າ, ເຮືອນທີ່ຖືກຍົນອິສຣາແອນໂຈມຕີນັ້ນແມ່ນເຮືອນຂອງຜູ້ປະກອບອາວຸດຜູ້ໜຶ່ງຂອງກອງພົນນ້ອຍອານອັກຊາ ທີ່ຂຶ້ນກັບຂະບວນການປົດປ່ອຍປາເລັສຕີນຫຼືອານຟາຕາ, ມີສອງຄົນບາດເຈັບ.
ຝ່າຍທະຫານອິສຣາແອນກ່າວວ່າ, ເປົ້າໝາຍໂຈມຕີເທື່ອນີ້ແມ່ນບ່ອນຜະລິດແລະສະສົມອາວຸດແຫ່ງໜຶ່ງທີ່ຕັ້ງຢູ່ສູນອົບພະຍົບຈາປາເລຍ.
ນອກນີ້, ຜູ້ເຫັນເຫດການເວົ້າວ່າ, ລົດຕັງທະຫານອິສຣາແອນຫຼາຍຄັນໄດ້ແລ່ນເຂົ້າໄປເຂດຕາເວັນອອກສຽງເໜືອຂອງກາຊາ, ໃກ້ກັບເຂດສູນອົບພະຍົບຈາປາເລຍ. ແຕ່ປັດຈຸບັນ, ຝ່າຍທະຫານອິສຣາແອນຍັງບໍ່ມີການວິຈານໃດໆຕໍ່ຄຳເວົ້າດັ່ງກ່າວ.
|
|
|