ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-04 18:14:34    
ນາງ​ກຼໍ​ເຣຍ ອາ​ໂລ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ພົບ​ປະ​ທ່ານ​ລີວ​ຢຸນ​ຊານ

cri Author: MO
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ກັນຍາ, ຢູ່​ທຳນຽບປະທານາທິບໍດີ​ທີ່ມານີລາ, ນາງ​ກຼໍ​ເຣຍ ອາ​ໂລ​​ໂຢ ປະທານາທິບໍດີ​ຟີ​ລິບ​ປິນ​ໄດ້​ພົບ​ປະ​ທ່ານ​ລິວ​ຢຸນຊານ ກຳມະການ​ກົມ​ການ​ເມືອງ​ສູນ​ການ​ພັກ​ກອມ​ມູນິດ​ຈີນ, ສອງ​ຝ່າຍ​ໄດ້​​ໂອ້​ລົມ​ກັນ​ຢ່າງມີ​ໄມຕີ​ຈິດ​ແລະ​ສະໜິດສະໜົມ​ກ່ຽວ​ກັບ​ການ​ພົວພັນ​ສອງ​ພັກ​ສອງ​ລັດແລະ​ບັນຫາທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ລີ​ວຢຸນຊານ​ກ່າວ​ວ່າ, ຈີນ​ຍ້ອງ​ຍໍ​ໃນ​ລະດັບ​ສູງ​ຕໍ່​ລັດຖະບານ​ຟີ​ລິບ​ປີນທີ່​ຍຶດໝັ້ນນະ​ໂຍບາຍ​ຈີນ​ດຽວ​ເປັນ​ເວລາ​ຍາວ​ນານມາ​ແລ້ວ, ​ແລະ​ຫວັງ​ໃຫ້ການຮ່ວມ​ມື​ກັນ​​ເປັນ​ໄປຢ່າງ​ຈິງ​ອົກ​ຈິງ​ໃຈ​ແລະ​ສະ​ເໝີ​ພາບ, ພັດທະນາ​​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ພ້ອມ​ກັນ​ກັບ​ຟີ​ລິບ​ປິນ, ​ເປັນ​ບ້ານ​ໃກ້​ເຮືອນຄຽງ​ທີ່​ດີ, ເພື່ອນ​ມິດທີ່​ດີ​ແລະ​ໝູ່ຄູ​​ທີ່​ດີ​ຈົນ​ເທົ້າ​ໃດໆ.

ນາງ​ອາ​ໂລ​ໂຢກ່າວ​ວ່າ, ການ​ຮ່ວມ​ມື​ລະຫວ່າງຟີ​ລິບ​ປີນ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ເມືອງ ​ເສດຖະກິດ​ແລະ​ຄວາມ​ປອດ​ໄພ​ເປັນຕົ້ນ​ໄດ້ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຮັບ​ການ​ຄືບ​ໜ້າ​ສຳຄັນ​ໃນ​ການ​ຮ່ວມ​ມື​ຢູ່​ທະ​ເລຈີນ​ໃຕ້, ສອງ​ຝ່າຍ​ຈະພະຍາຍາມ​ຮ່ວມ​ກັນ, ​ເຮັດ​ໃຫ້​ທະ​ເລ​ຈີນໃຕ້​ຈາກ​ທະ​ເລ​ທີ່​ຂັດ​ແຍ່ງກັນ​ກາຍ​ເປັນ​ທະ​ເລ​ທີ່​ຮ່ວມ​ມື​ກັນ. ນາງ​ອາ​ໂລ​ໂຢຂອບ​ໃຈ​ນຳຈີນ​ໄດ້​ໃຫ້ການ​ສະໜັບສະໜູນ​ແລະ​ການ​ຊ່ອຍ​ເຫຼືອອັນ​ລ້ຳ​ຄ່າ​​ແກ່ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຟີ​ລິບ​ປິນ, ກ່າວ​ວ່າ, ລັດຖະບານ​ຟີ​ລິບ​ປີນ​ຈະຍຶດໝັ້ນ​ໃນ​ນະ​ໂຍບາຍ​ຈີນ​ດຽວ.