|
 |
(GMT+08:00)
2006-09-06 18:39:32
|
ຟິລິບປີນຈະຈັດງານຮູບເງົາຈີນ
cri
Author: mo
ຕາມຂ່າວຈາກໜັງສຶພິມ"ການຄ້າ"ຂອງຟິລິບປິນ: ເພື່ອສະຫຼອງວັນສ້າງການພົວພັນເປັນປະເທດຄູ່ເຈລະຈາລະຫວ່າງຈີນກັບອາຊຽນຄົບຮອບ 15 ປີ, ສະຖານທູດຈີນປະຈຳຟິລິບປິນ, ຄະນະກຳມະການສິລະປະວັດທະນະທຳແຫ່ງຊາດຟິລິບປິນແລະກົມໃຫຍ່ວິທະຍຸໂທລະພາບຮູບເງົາແຫ່ງຊາດຈີນຈະຮ່ວມກັນຈັດງານຮູບເງົາຈີນປີ 2006 ຢູ່ມານີລາໃນວັນທີ 8 ກັນຍາ. ໃນໄລຍະງານຮູບເງົາ, ໂດຍຕອບສະໜອງຄຳເຊີນຂອງຄະນະກຳມະການສິລະປະວັດທະນະທຳແຫ່ງຊາດຟິລິບປິນ, ຄະນະຜູ້ແທນຮູບເງົາຈີນເຊິ່ງນຳໂດຍທ່ານຖົງກ່າງ ຫົວໜ້າກົມຮູບເງົາຂອງກົມໃຫຍ່ວິທະຍຸໂທລະພາບຮູບເງົາແຫ່ງຊາດຈີນຈະໄປຢ້ຽມຢາມຟິລິບປິນຢ່າງເປັນທາງການ.
|
|
|