ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-07 18:41:40    
ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ອາ​ຣັບ​ຮຽກ​ຮ້ອງ​​ສະ​ພາ​ຄວາມ​ໝັ້ນ​ຄົງ​ເຂົ້າ​ແຊກ​ການ​ເປີດ​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ເທື່ອ​ໃໝ່

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 6 ກັນຍາ, ​ໃນ​ກອງ​ປະຊຸມຄັ້ງສາມັນ​ທີ່​ຈັດ​ຂຶ້ນ​ຢູ່​ເລີ​ແກ ນະຄອນ​ຫຼວງ​ເອຢິບ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງປະ​ເທດ​ອາ​ລັບ​ໄດ້​ຮຽກຮ້ອງ​​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ສ້າງ​ກົນ​ໄກ​ໃໝ່​, ​ເພື່ອຍາດ​ແຍ່ງ​​ເປີດ​ຂະ​ບວນການ​ສັນຕິພາບ​ໃນ​ຕາ​ເວັນ​ອອກ​ກາງ​​ເທື່ອໃໝ່​ໂດຍ​ໄວ​.

ທ່ານ​ຮາ​ລິດ ລັດຖະມົນຕີ​ການ​ຕ່າງປະ​ເທດບາ​ເຣນທີ່ເປັນປະ​ທານ​ກອງ​ປະຊຸມ​ແລະ​ກ່າວ​ວ່າ, ການ​ເປີດຂະ​ບວນການສັນຕິພາບ​ຕາ​ເວັນ​ອອກ​ກາງ​ເທື່ອໃໝ່​ຕ້ອງ​ສ້າງຢູ່​ບົນ​ພື້ນຖານທີ່​ໄວ້​ໃຈ​ໄດ້​ແລະ​ໜັກ​ແໜ້ນ, ຮັບປະກັນ​ການຟື້ນ​ຟູ​ສິດ​ຂອງ​ປະຊາຊົນ​ປາ​ເລັສຕີນ, ຮັບປະກັນ​ການສ້າງ​ປະ​ເທດ​ປາ​ເລັສຕີນ​ທີ່​ເປັນ​​ເອກະລາດ, ຮັບປະກັນ​ໃຫ້​ອິສຣາ​ແອນ​ຖອນ​ອອກ​ຈາກ​ດິນ​ແດນ​ອາ​ລັບ​ທີ່​ຖືກ​ຍຶດຄອງ​ແຕ່​ປີ 1967 ມານີ້.
ທ່ານ​ມູຊາ ​ເລຂາທິການ​ໃຫຍ່​ສັນນິບາດອາ​ຣັບ​ກໍ​ຮຽກຮ້ອງ​ສະພາ​ຄວາມ​ໝັ້ນຄົງ​ວາງ​ຕາລາງ​ເວລາ​ໃຫ້​ແກ່​ການ​​ເປີດຂະ​ບວນການ​ສັນຕິພາບ​ຕາ​ເວັນ​ອອ​ກກາງ​ເທື່ອໃໝ່, ​ເພື່ອ​ຟື້ນ​ຟູ​ຂະ​ບວນການ​ນີ້​ໂດຍ​ໄວ.