ນາຍົກລັດຖະມົນຕີລັດຖະບານຮັກສາການຂອງໄທເວົ້າວ່າ ການເລືອກຕັ້ງທົ່ວໄປອາດຈະເລື່ອນເວລາໄປຮອດເດືອນພະຈິກ
cri
Author: min
ຕາມຂ່າວCRI: ວັນທີ 10 ກັນຍາ, ຢູ່ດູຊັງເບ ນະຄອນຫຼວງຕັດຊີກິສະຖານ, ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີລັດຖະບານຮັກສາການຂອງໄທເວົ້າຕໍ່ສື່ມວນຊົນວ່າ, ການເລືອກຕັ້ງສະພາຜູ້ແທນລາຊະດອນທີ່ກຳນົດຈັດຂຶ້ນໃນວັນທີ 15 ຕຸລານັ້ນອາດຈະເລື່ອນເວລາໄປຮອດເດືອນພະຈິກ.
ທ່ານທັກສິນແມ່ນໄປຢ້ຽມຢາມຕັດຊີກິສະຖານເປັນເວລາສັ້ນບົນເສັ້ນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊີເອີລົບຢູ່ແຟນລັງ. ວັນທີ 8 ກັນຍາ, ໄທໄດ້ເລືອກຕັ້ງກຳມະການຂອງຄະນະກຳມະການເລືອກຕັ້ງຊຸດໃໝ່. ພາຍຫຼັງມາ, ຫາງສຽງໄທເຫັນໂດຍທົ່ວໄປວ່າ, ຍ້ອນເວລາຄັບຂັນ, ການເລືອກຕັ້ງທົ່ວໄປອາດຈະເລື່ອນເວລາຈັດຂຶ້ນ.
|
|