ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-11 18:29:39    
ອາ​ເມ​ລິ​ກາ​ກ່າວ​ວ່າ​ຖ້າ​ສປປ​ເກົາ​ຫຼີ​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ​ຫົກ​ຝ່າຍ​ກໍ​ຍິນ​ດີ​ຈັດ​ການ​ເຈ​ລະ​ຈາ​ສອງ​ຝ່າຍ​ກັບ​ສປປ​ເກົາ​ຫຼີ

cri
ຕາມ​ຂ່າວCRI,​ວັນ​ທີ11ກັນຍາ,ຢູ່​ທີ່​ເຊ​ອຸນ ນະ​ຄອນ​ຫຼວງສ.​ເກົາຫຼີ,​ທ່ານ​ຄຼິສ​ໂຕ​ເຟີ ຮີວ ​ລັດຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ຂອງ​ການ​ເຈລະ​ຈາ​ຫົກ​ຝ່າຍ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີກ່າວ​ວ່າ,​ຖ້າ​ສປປ​ເກົາຫຼີ​ກັບ​ຄືນ​ສູ່​ການ​ເຈລະ​ຈາ​ຫົກ​ຝ່າຍ,​ອາ​ເມ​ລິ​ກາ​ຈະ​ຍິນ​ດີ​ຈັດ​ການ​ເຈລະ​ຈາ​ສອງ​ຝ່າຍ​ກັບ​ເຂົາ.

ມື້​ດຽວ​ກັນ,​ທ່ານ​ຮີວ​ໄດ້​ເດີນ​ທາງ​ໄປ​ຮອດ​ເຊ​ອຸ່ນ​ເລີ່ມ​ຢ້ຽມ​ຢາມ​ສ.​ເກົາຫຼີ.​ຢູ່​ເດີ່ນ​ຍົນ,​ທ່ານ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ຫວັງ​ໃຫ້​ສປປ​ເກົາ​ຫຼີ​ຈົ່ງ​ກັບ​ຄືນ​ສູ່​ການ​ເຈລະ​ຈາ​ຫົກ​ຝ່າຍ​ໂດຍ​ໄວ,​ແລະ​ກຽມ​ຢູ່​ທຸກ​ເວລາ​ຈະປະ​ຕິບັດ​ຕາມ​ຖະ​ແຫຼງ​ການ​ຮ່ວມ​ທີ່​ການ​ເຈລະ ຈາ​ຫົກ​ຝ່າຍ​ຮອບ4​ຜ່ານ​ຮັບ​ຮອງ.​ທ່ານ​ຮີວ​ຍັງ​ກ່າວ​ວ່າ,​ເພື່ອ​ແກ້​ໄຂ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີ,​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຈັດ​ການ​ເຈ​ລະ​ຈາ​ຫຼາຍ​ຝ່າຍ​ໃດໆ​ນອກ​ຈາກ​ການ​ເຈ​ລະ​ຈາ​ຫົກ​ຝ່າຍ.