|
 |
(GMT+08:00)
2006-09-13 18:48:48
|
 |
ທ່ານເວີນເຈ່ຍປາວອອກຈາກແຟນລັງໄປຢ້ຽມຢາມເຮັດວຽກຢູ່ອັງກິດ
cri
Author: sayvanny
ຕາມຂ່າວ CRI:ພາຍຫລັງສິ້ນສຸດການຢ້ຽມຢາມແຟນລັງແລ້ວ, ວັນທີ 12 ກັນຍາ,ທ່ານເວີນເຈ່ຍປາວ ນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຮອດລອນດອນ, ເລີ່ມຢ້ຽມຢາມເຮັດວຽກຢູ່ອັງກິດ.
ທ່ານເວີນເຈ່ຍປາວແມ່ນໄປຢ້ຽມຢາມອັງກິດຕາມຄຳເຊີນຂອງທ່ານແບຼ ນາຍົກລັດຖະມົນຕີອັງກິດ.ໃນເວລາໄປຮອດສະຫນາມບິນ, ທ່ານໄດ້ກ່າວຄຳປາໃສທາງລາຍລັກອັກສອນວ່າ, ຈຸດປະສົງຂອງການຢ້ຽມຢາມອັງກິດເທື່ອນີ້ແມ່ນເພື່ອຈັດຕັ້ງປະຕິບັດກົນໄກພົບປະກັນປະຈຳປີລະຫວ່າງຜູ່ນຳຂອງລັດ ຖະບານສອງປະເທດ, ຊຸກຍູ້ການພົວພັນຈີນອັງກິດຂະຫຍາຍໄປສູ່ລະດັບສູງກວ່າເກົ່າແລະຂົງເຂດກວ້າງກວ່າເກົ່າ.
ຫລັງຈາກນັ້ນ,ທ່ານເວີນເຈ່ຍປາວໄດ້ເຂົ້າຮ່ວມງານລ້ຽງອາຫານຄ່ຳທີ່ສະມາຄົມການຄ້າຈີນອັງກິດ ຈັດຂຶ້ນເພື່ອເປັນກຽດແກ່ທ່ານ,ແລະໄດ້ກ່າວຄຳປາໃສ, ທ່ານສະເຫນີໃຫ້ວົງການອຸດສາຫະກຳການຄ້າຂອງສອງປະເທດເພີ່ມທະວີການຮ່ວມມືດ້ານເສດຖະກິດການຄ້າ, ແລະກ່າວເນັ້ນວ່າ,ລັດຖະ ບານຈີນຈະຮັບປະກັນໃຫ້ຂໍ້ມູນຂ່າວສານກ່ຽວກັບການທະນາຄານແລະເສດຖະກິດລຸລ່ວງ.
|
|
|