ສະມາຊິກສະພາເອີລົບຍ້ອງຍໍຜົນສຳເລັດຂອງເຂດຕິເບດໃນດ້ານພັດທະນາສັງຄົມແລະເສດຖະກິດ
cri
Author: mo
ຕາມຂ່າວCRI: ວັນທີ 13 ກັນຍາ,ຢູ່ບຣຸກແຊນຂອງແບນຊິກ, ນັກຄົ້ນຄວ້າກ່ຽວກັບຕິເບດແລະພະເຖລະຈີນ 4 ຄົນໄດ້ເຈລະຈາກັບທ່ານເນຍ ເດວາ ສະມາຊິກສະພາເອີລົບທີ່ຮັບຜິດຊອບວຽກງານພັດທະນາສາກົນ.
ທ່ານເດວາໄດ້ຍ້ອງຍໍຜົນສຳເລັດທີ່ເຂດຕິເບດໄດ້ຮັບ. ທ່ານເວົ້າວ່າ, ຕິເບດເຄີຍແມ່ນເຂດດ້ອຍພັດທະນາກວ່າໝູ່ໃນໂລກ, ແຕ່ໃນປັດຈຸບັນ, ຈຳນວນໂຮງໝໍແລະໂຮງຮຽນຂອງເຂດຕິເບດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ອາຍຸຍືນທີ່ສະເລ່ຍຂອງຄົນ, ລະດັບໄດ້ຮັບການສຶກສາແລະສະພາບການປິ່ນປົວຂອງປະຊາຊົນເຂດຕິເບດລ້ວນແຕ່ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເດັ່ນຊັດ.
|
|