ຈີນມຽນມ້າໄດ້ຮ່ວມກັນມ້າງຄະດີຢາເສບຕິດລາຍໃຫຍ່ ຍຶດໄດ້ຢາເສບຕິດຫຼາຍກວ່າ 100 ກິໂລ
cri
Author: min
ຕາມຂ່າວສານຊິນຮວາ: ໃນວັນທີ 14 ກັນຍາ, ຝ່າຍຕຳຫຼວດສອງປະເທດຈີນແລະມຽນມ້າໄດ້ຮ່ວມກັນມ້າງຄະດີຢາເສບຕິດລາຍໃຫຍ່, ຍຶດໄດ້ຢາເສບຕິດໄອສ 113,9 ກິໂລ, ຈັບໄດ້ຜູ້ຕ້ອງຫາ 4 ຄົນ.
ຫວ່າງມໍ່ໆນີ້, ຝ່າຍຕຳຫຼວດເມືອງລິງຊ່າງແຂວງຢຸນນານແລະຝ່າຍຕຳຫຼວດລັດວາຂອງມຽນມ້າໄດ້ມ້າງຄະດີດັ່ງກ່າວຢ່າງສຳເລັດຜົນ. ໂດຍອີງຕາມຂໍ້ກຳນົດໃນ "ສັນຍາຮ່ວມມືປະຕິບັດກົດໝາຍຕ້ານຢາເສບຕິດ" ທີ່ເມືອງລິງຊ່າງກັບລັດວາເຊັນກັນ, ດຽວນີ້,ຢາເສບຕິດດັ່ງກ່າວໄດ້ສົ່ງໃຫ້ຝ່າຍຈີນແລ້ວ, ຜູ້ຕ້ອງຫາສັນຊາດມຽນມ້າ 4 ຄົນ, ປືນສັ້ນ 2 ກະບອກແລະລົດຂົນສົ່ງຢາເສບຕິດ 2 ຄັນໄດ້ສົ່ງໃຫ້ຝ່າຍມຽນມ້າແລ້ວ.
|
|