ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-15 15:09:41    
ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນ​ຫາ​ອີ​ຣັກ​ຂອງ​ອົງ​ການ​ສະ​ຫະ​ປະຊາ​ຊາດ​ເວົ້າ​ວ່າ, ອີ​ຣັກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 14 ກັນຍາ, ຢູ່​ສຳນັກ​ງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ທີ່​ນິວຢອກ, ທ່ານ​ອາສ​ຣັຟ ຄາ​ຊີ ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ອີຣັກ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ, ປະຈຸ​ບັນ, ອີຣັກ​ໄດ້​ກາຍ​ເປັນ​ປະ​ເທດ​ໜຶ່ງ​ທີ່​ມີ​ເຫດ​ການ​ກໍ່​ຄວາມ​ຮຸນ​ແຮງ​ເກີດ​ຂຶ້ນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​, ອີຣັກ​ພວມ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ມື້​ດຽວ​ກັນ, ​ໃນ​ການ​ເປິ​ກສາ​ຫາລື​​ແບບ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ອີຣັກ​ທີ່​ສະພາ​ຄວາມ​ໝັ້ນ​ຄົງ​ອົງການ​ສະຫະ​ປ​ະຊາ​ຊາດຈັດ​ຂຶ້ນ​ນັ້ນ, ທ່ານ​ອາສຣັຟ ຄາ​ຊີ ປະກອບຄຳ​ຄິດ​ຄຳ​ເຫັນວ່າ, ຢູ່​ອີຣັກ, ການ​ເຄື່ອນ​ໄຫວ​ກໍ່ການ​ຮ້າຍ​, ​ເຫດການ​ກໍ່​ຄວາມຮຸນ​​ແຮງ​ແລະ​ການ​ກະທຳ​ທີ່​ລ່ວງ​ລ້ຳ​ສິດທິ​ມະນຸດ​ໄດ້​ເກີດຂຶ້ນ​ເລື້ອຍໆ, ​ຊຶ່ງ​ໄດ້​ນຳ​​ເອົາ​ໄພ​ພິບັດ​ອັນຮ້າຍ​ແຮງ​ມາ​ໃຫ້​ປະ​ຊາ​ຊົນ​ອີຣັກ. ທ່ານ​ເຫັນ​ວ່າ, ສິ່ງ​ທ້າ​ທາຍທີ່​ໃຫຍ່​ກວ່າ​ໝູ່​ທີ່​ລັດ​ຖະ​ບານ​ອີຣັກ​ປະ​ເຊີນ​ແມ່ນ​ວາງ​ແຜນ​ການ​ປອງ​ດອງ​ຊາດ​ອັນ​ແທ້​ຈິງ​ສະ​ບັບໜຶ່ງ​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຄວາມ​ຕ້ອງການ​ແລະ​ຄວາມ​ປາຖະໜາ​ຂອງ​ປະ​ຊາ​ຊົນ​ອີຣັກ​ທຸກ​ຖ້ວນ​ໜ້າ​ຢ່າງ​ແທ້​ຈິງ.

ທ່ານ​ຄາ​ຊີ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສະໜັບ​ສະໜູນ​ຄວາມ​ພະຍາຍ​າມ​ຂອງ​ລັດ​ຖະ​ບານ​ອີຣັກ​ເພື່ອ​ບັນລຸ​ການ​ປອງ​ດອງ​ຊາດ​.