ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-09-19 14:27:19    
ອີຣັກ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ເສິກ​ກາງ​ເມືອງ

cri Author: min
ຕາມ​ຂ່າວCRI: ວັນ​ທີ 18 ກັນຍາ, ​ໃນ​ກອງ​ປະຊຸມລະດັບ​ສູງ​ກ່ຽວ​ກັບ​ບັນຫາ​ອີຣັກ​ທີ່​ຈັດ​ຂຶ້ນ​ໃນ​ໄລ​ຍະ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ສະ​ໄໝ​ທີ 61 , ທ່ານ​ໂກ​ຟີ ອານ​ນັນ​ເລຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດຊີ້​ອອກ​ວ່າ, ຖ້າ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ຮຸນ​ແຮງ​ຢູ່​ອີຣັກ​ໃນ​ປັດຈຸບັນ​ຍັງສືບ​ຕໍ່​ໄປ, ອີຣັກຈະ​ມີຄວາມ​ສ່ຽງ​ສູງ​ທີ່​ຈະ​ເກີດ​ສົງຄາມ​ກາງ​ເມືອງ. ລັດ​ຖະ​ບານ​ອີຣັກຕ້ອງ​​ເພີ່ມ​ທະວີ​ຄວາມ​ປອງ​ດອງ​ຊາດ​ແລະ​ກຳຈັດ​ການ​ປະ​ທະ​ກັນ​ລະຫວ່າງ​ນິກາຍ​ຕ່າງໆ​ທີ່​ນັບ​ມື້​ນັບ​ໜັກ​ໜ່ວງ​ຂຶ້ນ. ທ່ານ​ອານ​ນັນ​ຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະຊາ​ຄົມ​ໂລກ​​ໃຫ້​ການ​ສະໜັບ​ສະໜູນ​ແກ່​ອີຣັກ.

ໃນ​ເວລາ​ບັນ​ລະ​ຍາຍ​ຫຼັກໝັ້ນ​ຂອງ​ຝ່າ​ຍຈີນ, ທ່ານ​ຫຼີ​ຈ້າວ​ຊິ່ງ ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເວົ້າ​ວ່າ, ຝ່າຍ​ແລະ​ອົງການ​ຕ່າງໆ​ຂອງ​ອີຣັກ​ຄວນ​ວາງ​ອາວຸດ, ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ດ້ວຍ​ວິທີ​ສັນ​ຕິ​ພາບ​ແລະ​ປະຊາ​ທິປະ​ໄຕ. ພ້ອມ​ກັນ​ນັ້ນ, ປະຊາ​ຄົມ​ໂລກ​ຄວນ​ທຳ​ຄວາມ​ພະ​ຍາ​ຍາມ​ທີ່​ມີ​ລັກ​ສະ​ນະ​ສ້າງສັນ, ຊ່ອຍ​ອີຣັກ​ວາງ​ແຜນ​ຄວາມ​ປອດ​ໄພທີ່​ບັງ​ເກີດ​ຜົນ.

ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ, ທ່ານ​ຈາ​ລານ ທາລາ​ບາ​ນີ ປະທາ​ນາທິ​ບໍດີ​ອີຣັກ​ທີ່​ຮ່ວມ​ປະຊຸມ​ເວົ້າ​ວ່າ, ລັດຖະບານ​ອີຣັກ​ມີ​ຄວາມ​ຕັດສິນ​ໃຈ​ປັບປຸງ​ສະພາບ​ຄວາມ​ສະຫງົບ​ດ້ວຍ​ມາດ​ຕະ​ການ​ຕ່າງໆ, ​ຄື: ສ້າງ​ກອງ​ທະຫານ​ປ້ອງ​ກັນ​ຄວາມ​ສະຫງົບ​ທີ່​ມີ​ປະສິດ​ທິ​ພາບ, ​ເພີ່ມ​ທະວີ​ການ​ປົກຄອງ​ດ້ວຍ​ກົດ​ໝາຍ​ແລະ​ການ​ປົກ​ປ້ອງ​ສິດທິ​ມະນຸດ​ເປັນ​ຕົ້ນ. ທ່ານ​ຍັງ​ເວົ້າ​ວ່າ, ອີຣັກ​ຫວັງ​ຢາກ​ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ຢ່າງ​ກົມກຽວ​ກັນ, ​ແລະ​ສ້າງ​ການ​ພົວພັນ​ທີ່​ມີ​ໄມຕີ​ຈິດ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ວັນ​ທີ 18 ກັນຍາ, ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປະ​ເທດ​ອ້ອມ​ແອ້ມ​ອີຣັກ​ຄັ້ງ​ທີ 3 ​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ​ຈີ​ດາ​ແຫ່ງ​ຊາ​ວຸດ​ອາ​ລາ​ບີ. ກອງ​ປະຊຸມ​ຕົກລົງ​ວ່າ, ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ຄວນ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ແລະ​ການ​ຮ່ວມ​ມື​ກັນ, ຊ່ອຍ​ອີຣັກ​ໂຈມ​ຕີ​ການ​ເຄື່ອນ​ໄຫວ​ຂອງ​ພວກກໍ່​ການ​ຮ້າຍ, ​ເຮັດ​ໃຫ້​ສະຖຽນະ​ການ​ອີຣັກ​ມີ​ສະຖຽນ​ລະ​ພາບ​ແລະ​ຄວາມ​ປອດ​ໄພ​.