|
 |
(GMT+08:00)
2006-09-19 16:21:07
|
 |
ກອງປະຊຸມຄວາມປອດໄພຊ່ອງແຄບມາລັກກາຈັດຂຶ້ນຢູ່ກົວລາລຳເປີ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 18 ກັນຍາ ກອງປະຊຸມຄວາມປອດໄພຊ່ອງແຄບມາລັກກາໄດ້ຈັດຂຶ້ນຢູ່ກົວລາລຳເປີ ນະຄອນຫຼວງຂອງມາເລເຊຍ,ເຊິ່ງມີຫົວຂໍ້ວ່າ"ເພີ່ມທະວີຄວາມປອດໄພຢູ່ຊ່ອງແຄບ ປ້ອງກັນຄວາມສະຫງົບແລະອະນຸລັກສິ່ງແວດລ້ອມ".
ໃນເວລາປະກອບຄຳຄິດຄຳເຫັນ ທ່ານນາຈິບ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດມາເລເຊຍກ່າວຢ້ຳວ່າ,ໃນເວລາດຳເນີນການຮ່ວມມືກັບອິນໂດເນເຊຍ ມາເລເຊຍແລະສິງກະໂປ ເຊິ່ງເປັນປະເທດແຄມຊ່ອງແຄບ,ຝ່າຍຕ່າງໆທີ່ໄດ້ຜົນປະໂຫຍດຈາກຊ່ອງແຄບມາລັກກາແລະຜູ້ນຳໃຊ້ຊ່ອງແຄບມາລັກກາລ້ວນແຕ່ຕ້ອງຮັບຮູ້ຈະແຈ້ງຢ່າງສະເໝີຕົ້ນສະເໝີປາຍວ່າ ບໍ່ວ່າຈະໃຊ້ການເຄື່ອນໄຫວໃດໆ,ຕ້ອງພິຈາລະນາເຖິງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດດັ່ງກ່າວທີ່ຢູ່ແຄມຊ່ອງແຄບ.ຖ້າຝ່າຍໃດບໍ່ເອົາຫົວຊານຳສິດຂອງປະເທດຢູ່ແຄມຊ່ອງແຄບດ້ວຍຂໍ້ອ້າງຄວາມປອດໄພຫຼືເສລີພາບໃນການເດີນເຮືອແລ້ວ,ລ້ວນແຕ່ຖືກຖືວ່າບໍ່ເຄົາລົບ 3 ປະເທດດັ່ງກ່າວ,ແລະເຂົ້າໃຈຜິດຕໍ່ກົດໝາຍລະຫວ່າງຊາດ.
|
|
|