ຕາມຂ່າວcri:ວັນທີ20 ກັນຍາ,ພົນເອກສົນທິ ບຸນຍະຣັດກະລິນ ຜູ້ນບັນຊາການໃຫຍ່ຂອງກອງທັບໄທທີ່ກໍ່ລັດຖະປະຫານຜູ້ບັນຊາການກອງທັບບົກຂອງໄທປະກາດວ່າ,ແມ່ທັບພາກທີໜຶ່ງ,ທີສອງ,ທີສາມແລະທີສີ່ໄດ້ຖືກມອບໝາຍໜ້າທີ່ຮັກສາຄວາມປອດໄພພາຍໃນປະເທດນອກຈາກເຂດບາງກອກນັ້ນຢ່າງເຕັມທີ່.
ຕອນຮຸ່ງເຊົ້າມື້ດຽວກັນ,ພົນເອກສົນທິ ບຸນຍະຣັດກະສິນໄດ້ປະກາດຂ່າວນີ້ໃຫ້ສາທາລະນະຊົນຊາບຜ່ານທາງສະຖານີໂທລະພາບຊ່ອງ5ຂອງໄທ.ທ່ານກ່າວວ່າ,ການເຄື່ອນໄຫວທາງການທະຫານໃດໆທີ່ລື່ນກາຍຄຳສັ່ງຂອງແມ່ທັບທັງ4ທ່ານລ້ວນແຕ່ຈະຖືກລົງໂທດຢ່າງເຂັ້ມງວດ.ສ່ວນທ່ານເອງຈະຮັບຜິດຊອບວຽກງານຄວາມປອດໄພຂອງເຂດບາງກອກ.
ສື່ມວນຊົນໄທເຫັນວ່າ,ທີ່ຈິງແລ້ວ,ຄຳສັ່ງດັ່ງກ່າວຂອງພົນເອກສົນທິ ບຸນຍະຣັດກະສິນເທົ່າກັບປະກາດວ່າທົ່ວປະເທດຢູ່ໃນສະພາວະສຸກເສີນ.
|